ສ້າງທິມງານອາຈານທີ່ຮູ້ “ສອງພາສາ”ໃນເຂດຊົນເຜົ່າໃຫ້ອຸດົມສົມບູນ

2019-02-01 16:38:55 |ມາຈາກ: Yunnan Gateway

ຕາແສງຊົນເຜົ່າປູ້ຢີແລະຊົນເຜົ່າມົ້ງໂຫຼ້ປູ້ເກີເມືອງໂຫຼຜິງແຂວງຢຸນນານມີຊົນເຜົ່າປູ້ຢີ ຊົນເຜົ່າມົ້ງ ຊົນເຜົ່າຮ້ານແລະຊົນເຜົ່າຢີໄດ້ດຳລົງຊີວິດຢູ່ທີ່ນີ້ຕັ້ງແຕ່ໃດມາ ພົນລະເມືອງຂອງຊົນເຜົ່ານ້ອຍໄດ້ກວມເອົາ 89,2% ຂອງພົນລະເມືອງທັງໝົດທ້ອງຖິ່ນ, ເຊິ່ງເປັນຕາແສງທີ່ມີພົນລະເມືອງຂອງຊົນເຜົ່າປູ້ຢີທີ່ຫຼາຍທີ່ສຸດພາຍໃນແຂວງຢຸນນານ.ໃນປີທີ່ຜ່ານມາ ການຊຸກຍູ້ລະດັບການສຶກສາຂອງເຂດໂຫຼ້ປູ້ເກີແມ່ນຊັກຊ້າ ສາເຫດອັນສຳຄັນຢ່າງໜຶ່ງແມ່ນການສຶກສາດ້ວຍ “ສອງພາສາ”ບໍ່ໄດ້ຖືກຍົກຂຶ້ນມາ.

ເລື່ອງດັ່ງກ່າວເປັນເລື່ອງທີ່ ທ່ານນາງເຫີເຜີຍຕາ ກຳມະການສະພາປຶກສາຫາລືການເມືອງແຂວງຢຸນນານໄດ້ເປັນຫວ່ງມາແຕ່ດົນແລ້ວ. “ຂ້າພະເຈົ້າໄດ້ສະເໜີຢູ່ໃນບົດສະເໜີຂອງປີນີ້ ວ່າ ຂະຫຍາຍເງື່ອນໄຂການຮັບເອົາອາຈານທີ່ຮູ້ “ສອງພາສາ”ພາຍໃນເຂດຊົນເຜົ່າ ເພີ່ມທະວີລາຍຮັບຂອງອາຈານແລະໂອກາດໃຫ້ແກ່ອາຈານອອກໄປຮັບການຝຶກອົບຮົມ ,ເຮັດໃຫ້ເຂດຊົນເຜົ່າສາມາດດຶງດູດແລະຮັກສາຊັບພະຍາກອນມະນຸດໄດ້.”ນາງຫວັງວ່າກຳລັງສັງຄົມຂອງແຕ່ລະຝ່າຍສາມາດເຕົ້າໂຮມສາມັກຄີກັນເພື່ອປະກອບສ່ວນເຂົ້າໃນການສຶກສາຂອງເຂດຊົນເຜົ່ານ້ອຍ ເພື່ອຊ່ວຍເຫຼືອເຂົາເຈົ້າໃຫ້ສາມາດບັນລຸເປົ້າຫມາຍໃຫ້ເປັນຈິງ.