ປະທານາທິບໍດີ​ອາ​ເມຣິກາຕ້ອນຮັບ​ການ​ເຂົ້າຢ້ຽມ​ຄຳນັບ​ຂອງ​ທ່ານຫຼິວ​ເຮີ້

2019-02-01 17:07:54 |ມາຈາກ: CRI

ທ່ານ​ໂດ​ໂນ ທຣຳ ປະທານາທິບໍດີ​ອາ​ເມຣິກາ ​ໄດ້​ຕ້ອນຮັບ​ການ​ເຂົ້າຢ້ຽມ​ຄຳນັບ​ຂອງ​ທ່ານຫຼິວ​ເຮີ້ ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ, ຮອງ​ນາຍົກລັດຖະມົນຕີຈີນ ທັງ​ເປັນ​ຫົວໜ້າ​ຝ່າຍຈີນຂອງ​ການ​ເຈລະຈາ​ເສດຖະກິດ​ຮອບດ້ານ​ຈີນ-ອາ​ເມຣິກາ ​ໃນວັນ​ທີ 31 ມັງກອນ​ຜ່ານ​ມາຕາມ​ເວ​ລາ​ທ້ອງ​ຖິ່ນຢູ່​ທຳນຽບຂາວ ​​ໃນໂອກາດທີ່​ທ່ານຫຼິວ​ເຮີ້​ເດີນທາງ​ໄປ​ອາ​ເມຣິກາ​ເພື່ອ​ເຂົ້າຮ່ວມ​ການ​ປຶກສາ​ຫາລື​ຂັ້ນສູງ​ກ່ຽວ​ກັບ​ເສດຖະກິດ​ການ​ຄ້າ​ຈີນ-ອາ​ເມຣິກາ​ຮອບ​ໃໝ່.

ກ່ອນ​ອື່ນ, ທ່ານຫຼິວ​ເຮີ້ ​ໄດ້​ສົ່ງ​ຄວາມ​ຢື້​ຢາມ​ຖາມ​ຂ່າວ​ຂອງ​ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ເຖິງ​ທ່ານ​ໂດ​​ໂນ ທຣຳ ​ແລະ ກ່າວ​ວ່າ: ​ໃນ​ໄລຍະ​ຜ່ານ​ມາ, ຄະນະ​ເສດຖະກິດ​ການ​ຄ້າ​ຂອງ​ສອງ​ຝ່າຍ​ຕ່າງ​ກໍ​​ເລັ່ງລັດຈັດຕັ້ງປະຕິບັດຂໍ້​ຕົກລົງ​ສຳຄັນ​ທີ່​ປະມຸກ​ລັດ​ສອງ​ປະ​ເທດ​ໄດ້​ຕົກລົງ​ກັນ​ໃນ​ຂະນະ​ທີ່​ພົບ​ປະກັນ​ຢູ່ອັກ​ຊັງ​ຕິນນັ້ນມາ​ໂດຍ​ຕະຫຼອດ. ຂະນະ​ທີ່​ໃນ​ການ​ພົບ​ປະ​ປຶກສາ​ຫາລືຄັ້ງນີ້, ສອງ​ຝ່າຍ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​​ໃນ​ຂັ້ນຕອນ​ທີ່​ສຳຄັນ ​ເຊິ່ງ​ເປັນ​ການ​ສ້າງ​ພື້ນຖານ​ໃຫ້​ແກ່​ການ​ປຶກສາ​ຫາລື​ກັນ​ລະຫວ່າງ​ສອງ​ຝ່າຍ​ໃນ​ໄລຍະ​ຕໍ່​ໄປ. ສອງ​ຝ່າຍ​ຈະ​ສືບ​ຕໍ່​ຮັກສາ​ການ​ພົວພັນ​ກັນ​ຢ່າງ​ແໜ້ນ​ແຟ້ນ ພະຍາຍາມ​ບັນລຸ​ສັນຍາ​ເສດຖະກິດ​ການ​ຄ້າ​ທີ່​ສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດຂອງ​ສອງ​ປະ​ເທດ​ແລະປະຊາຊົນ​ສອງ​ຊາດ​ໂດຍ​ໄວ ບົນ​ພື້ນຖານ​ເຄົາລົບ​ເຊິ່ງກັນ​ແລະ​ກັນ, ສະ​ເໝີ​ພາບ ​ແລະ ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ.

ທ່ານ​ໂດ​ໂນ ທຣຳ ສະ​ແດງ​ຄວາມຂອບ​ໃຈຕໍ່​ຄວາມ​ຢື້​ຢາມ​ຖາມ​ຂ່າວ​ຂອງທ່ານ​ປະທານ​ສີ​ຈິ້ນ​ຜິ​ງ ​ແລະ ກ່າວ​ວ່າ: ຂ້າພະ​ເຈົ້າທະນຸ​ຖະໜອມ ​ແລະ ​ໃຫ້​ຄວາມ​ສຳຄັນ​ຢ່າງສູງຕໍ່​ການ​ພົວພັນ​ທີ່​ດີງາມ​ກັບ​ທ່ານ​ປະທານ​ສີ​ຈິ້ນ​ຜິ​ງ ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ພວກ​ເຮົາ, ການ​ພົວພັນ​ລະຫວ່າງ​ອາ​ເມຣິກາ-ຈີນ​ໄດ້​ມີ​ການ​ພັດທະນາ​ຢ່າງ​ແຂງ​ແຮງ ​ແລະ ພັດ​ທະ​ນາ​ກ້າວໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ. ການ​ປຶກສາ​ຫາລື​ເສດຖະກິດ​ການ​ຄ້າ​ລະຫວ່າງ​ອາ​ເມຣິກາ-ຈີນ​ໃນ​ຄັ້ງນີ້​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ທີ່​ສຳຄັນ ​ແລະ ທ່ານ​ໂຣ​ເບີດ ​ໄລ​ທີ​ເຊີ ຜູ້​ແທນ​ການ​ຄ້າ ​ແລະ ທ່ານ​ສະ​ຕີ​ເວນ ​ເຕີ​ເນີ ​ມະນູຊິນ ລັດຖະມົນຕີ​ກະຊວງ​ການ​ເງິນ​ອາ​ເມຣິກາ​ຈະ​ນຳພາ​ຄະນະ​ຜູ້​ແທນ​ເສດຖະກິດ​ການ​ຄ້າ​ປະ​ເທດ​ຕົນ​ເດີນທາງ​ຢ້ຽມຢາມ​ຈີນ​ໃນ​ກາງ​ເດືອນ​ກຸມພາ​ນີ້ ​ເພື່ອ​ສືບ​ຕໍ່​ປຶກສາ​ຫາລື​ກັບ​ຝ່າຍ​ຈີນ​ອີກ. ຂ້າພະ​ເຈົ້າປາຖະໜາ​ຈະ​ໄດ້​ພົບ​ປະ​ກັບ​ທ່ານ​ປະທານ​ສີ​ຈິ້ນ​ຜິ​ງ​ໂດຍ​ໄວ ​ເພື່ອ​ຮ່ວມ​ກັນ​ເປັນ​ສັ​ກຂີ​ພິຍານ​​ເປັນຄັ້ງ​ປະຫວັດສາດ​ທີ່​ອາ​ເມຣິກາ​ແລະຈີນ​ບັນລຸ​ສັນຍາ​ໃນ​ບັນຫາ​ເສດຖະກິດ​ການ​ຄ້າ.