ທ່ານ​ສີ​ຈິ້ນ​ຜິ​ງ​ເຊັນ​ຂໍ້​ຕົກລົງ​ວ່າ​ດ້ວຍ “ຂໍ້​ກຳນົດ​ການຕິດຕາມ​ກາດ​ກາ​ການ​ຝຶກ​​ແອບ​ຂອງກອງທັບ​ປົດ​ປ່ອຍປະ​ຊາ​ຊົນ​ຈີນ”

2019-02-12 17:26:38 |ມາຈາກ: CRI

​ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ຄະນະ​ກຳມະການ​ການ​ທະຫານ​ສູນ​ກາງ​ຈີນ​ໄດ້​ເຊັນຂໍ້​ຕົກລົງ​ວ່າ​ດ້ວຍ “ຂໍ້​ກຳນົດ​ການ​ຕິດຕາມ​ກວດກາ​ການ​ຝຶກ​ແອບ​ຂອງ​ກອງ​ທັບ​ປົດ​ປ່ອຍປະ​ຊາ​ຊົນ​ຈີນ” ​​ເຊິ່ງຈະ​ຈັດ​ຕັ້ງ​ປະຕິບັດ​ນັບ​ແຕ່​ວັນ​ທີ 1 ມີນາ​ປີ 2019 ​ເປັນ​ຕົ້ນ​ໄປ.

ຂໍ້​ກຳນົດ​ດັ່ງກ່າວ​ເປັນ​ກົດ​ລະບຽບ​ສະບັບ​ທຳ​ອິດ​​ໃນ​ຂົງ​ເຂດການຕິດຕາມ​ກວດກາ​ການ​ຝຶກ​ແອບ​ຂອງ​ກອງທັບ​ຈີນ ​ເຊິ່ງປະກອບ​ດວ້ຍ 10 ມາດຕາ 61 ຂໍ້, ກຳ​ນົດສິດ ​ແລະ​ຄວາມ​ສຳຄັນ​ໃນ​ການ​ຕິດຕາມ​ກວດກາ​ການ​ຝຶກ​​ແອບ​ຂອງ​ກອງທັບ, ກຳນົດ​ວິທີ ​ແລະ​ຂັ້ນ​ຕອນ​ຂອງ​ການ​ຝຶກ​ແອ​ບ, ສ້າງ​​ແບບ​ແຜນ​ເພື່ອດຳ​ເນີນ​ການ​ຕິດຕາມ​ກວດກາ​ການ​ຝຶກ​ແອບຂອງ​ກອງທັບ​ທີ່​ປົກ​ຄຸມທຸກລະດັບ​, ທຸກຂົງ​ເຂດ​​ຕະຫຼອດຮອດ​ຂະ​ບວນການຝຶ​ກ​ແອ​ບ.