ຈີນ​ຫວັງ​ວ່າການ​ພົບ​ປະກັນ​ຄັ້ງທີ 2 ລະຫວ່າງ​ຜູ້ນຳ ສປປ ​ເກົາຫຼີ ​ແລະ ອາ​ເມຣິກາຈະ​ດຳ​ເນີນ​ໄປ​ດ້ວຍ​ດີ

2019-02-13 18:06:58 |ມາຈາກ: CRI

ທ່ານ​ນາງ​ຮວ້າຊຸ່ນຢິງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ກ່າວ​ໃນ​ກອງ​ປະຊຸມ​ຖ​ະ​ແຫຼງຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 12 ກຸມພາ​ນີ້​ຢູ່​ນະຄອນຫຼວງປັກ​ກິ່​ງວ່າ: ຫວັງວ່າ ສປປ ​ເກົາຫຼີ ​ແລະ ອາ​ເມຣິກາ​ຈະມຸ່ງ​ໜ້າ​ສູ່​ເປົ້າໝາຍ​ດຽວ​ກັນ, ສາມາດຕອບ​ສະໜອງ​ໃນ​ສິ່ງ​ທີ່​ແຕ່ລະ​ຝ່າຍມີ​ຄວາມ​ກັງວົນ ​ແລະ ຊຸກຍູ້​ການ​ພົບ​ປະຄັ້ງທີ 2 ລະຫວ່າງ​ຜູ້ນຳ​ສອງ​ປະ​ເທດ​ໃຫ້​ດຳ​ເນີນ​ໄປ​ດ້ວຍ​ດີ​ແລະໄດ້​ຮັບຜົນ​ດີ.

ຂ່າວ​ລາຍ​ງານ​ວ່າ ກອງ​ປະຊຸມ​ປຶກສາ​ຫາລື​ຄວາມ​ໝັ້ນຄົງ​ຂອງ​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ອາຊີ​ລະຫວ່າງ​ຈີນ-ຣັດ​ເຊຍ ​ໄດ້​ຈັດ​ຂຶ້ນຢູ່​ນະຄອນຫຼວງມົສກູ ​ໃນ​ເມື່ອ​ບໍ່​ດົນ​ມາ​ນີ້ ​ເຊິ່ງສອງ​ຝ່າຍ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບສະພາບ​ການຜັນ​ແປ​ຂອງ​ສະຖານະ​ການ​ຢູ່​ແຫຼມ​ເກົາຫຼີ​ໃນ​ໄລຍະ​ຜ່ານ​ມາ ​ແລະ ​ໃນ​ເວລາ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ, ທ່ານ​ນາງ​ຮວ້າຊຸ່ນຢິງ ກ່າວ​ວ່າ: ປັດຈຸບັນ, ສະຖານະ​ການ​ຢູ່​ແຫຼມ​ເກົາຫຼີພວມສືບ​ຕໍ່​ພັດທະນາ​ໄປ​ສູ່​ທິດ​ທາງທີ່​ສົນທະນາ​ກັນ​ແລະ​ຜ່ອນຄາຍ​ລົງ ພວກ​ຂ້າພະ​ເຈົ້າຫວັງ​ວ່າ ສປປ ​ເກົາຫຼີ ​ແລະ ອາ​ເມຣິກາ​ຈະມຸ່ງ​ໜ້າ​ສູ່​ເປົ້າໝາຍ​ດຽວ​ກັນ, ສາມາດຕອບ​ສະໜອງ​ໃນ​ສິ່ງ​ທີ່​ແຕ່ລະ​ຝ່າຍມີ​ຄວາມ​ກັງວົນ ​ແລະ ຊຸກຍູ້​ການ​ພົບ​ປະຄັ້ງທີ 2 ລະຫວ່າງ​ຜູ້ນຳ​ສອງ​ປະ​ເທດ​ໃຫ້​ດຳ​ເນີນ​ໄປ​ດ້ວຍ​ດີ​ແລະໄດ້​ຮັບຜົນ​ດີ. ຂະນະ​ທີ່​ຈີນ ​ແລະ ຣັດ​ເຊຍ​ລ້ວນ​ແຕ່​ສະໜັບສະໜູນສອງເກົາຫຼີປັບປຸງ​ການ​ພົວພັນ​ລະຫວ່າງ​ສອງ​ຝ່າຍ​ໃຫ້​ດີ​ຂຶ້ນ, ຊຸກຍູ້​ຄວາມ​ປອງ​ດອງ​ຊາດ​ແລະ​ຮ່ວມ​ມື​ກັນ ​ແລະ ຈະ​ສືບ​ຕໍ່​ພະຍາຍາມ​ຮ່ວມ​ກັນ ​ເພື່ອ​ຊຸກຍູ້​ຂະ​ບວນການ​ແກ້​ໄຂ​ບັນຫາ​ແຫຼມ​ເກົາຫຼີ​ໂດຍ​ຜ່ານ​ຊ່ອງ​ທາງ​ການ​ເມືອງ.