​ການ​​ເຕີບ​ໂຕ​ຂອງ​ມູນ​ຄ່າ​ຂາ​ເຂົ້າຂາ​ອອກ​ຈີນ​​ເພີ່ມຂຶ້ນ 8,7% ​ໃນ​ເດືອນ​ມັງກອນ

2019-02-14 17:11:26 |ມາຈາກ: CRI

ວັນ​ທີ 14 ກຸມພາ​ນີ້, ອົງການ​ພາສີ​ແຫ່ງ​ຊາດ​ຈີນ​ໄດ້​ເປີດ​ເຜີຍ​ວ່າ: ​ໃນ​ເດືອນ​ມັງກອນ​ນີ້, ມູນ​ຄ່າ​ສົ່ງ​ອອກ​ນຳ​ເຂົ້າ​ສິນຄ້​າທີ່​ຈັບ​ຕ້ອງ​ໄດ້ຂອງ​ຈີນ​ບັນລຸ​ 2730 ຕື້​ຢວນ, ​ເພີ່ມ​ຂຶ້ນ 8,7% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2018. ​ໃນ​ນັ້ນ, ມູນ​ຄ່າ​ສົ່ງ​ອອກ​ບັນລຸ 1500 ຕື້​ຢວນ, ​ເພີ່ມ​ຂຶ້ນ 13,9%; ມູນ​ຄ່າ​ນຳ​ເຂົ້າ​ບັນລຸ 1230 ຕື້​ຢວນ, ​ເພີ່ມ​ຂຶ້ນ 2,9%; ການ​ເກີນ​ດຸນ​ການ​ຄ້າບັນລຸ 271,16 ຕື້​ຢວນ, ​ເພີ່ມ​ຂຶ້ນ 1,2 ​ເທົ່າ.

ຂໍ້​ມູນ​ຍັງ​ຊີ້​ໃຫ້​ເຫັນ​ວ່າ: ມູນ​ຄ່າ​ສົ່ງ​ອອກ​ນຳ​ເຂົ້າຂອງ​ຈີນສູ່​ຕະຫຼາດ​ຕົ້ນຕໍ ​ເຊັ່ນ: ສະຫະພາບ​ເອີຣົບ, ອາ​ຊຽນ, ຍີ່ປຸ່ນ ​ແລະປະ​ເທດ​ອື່ນໆ​ລ້ວນ​ແຕ່​ເພີ່ມ​ຂຶ້ນ, ຈັງຫວະ​ການ​ເຕີບ​ໂຕ​ຂອງ​ການ​ສົ່ງ​ອອກ​ນຳ​ເຂົ້າ​ສູ່​ບັນດາ​ປະ​ເທດ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ” ສູງ​ກວ່າ​ໝູ່; ມູນ​ຄ່າ​ສົ່ງ​ອອກສູ່​ອາ​ເມຣິກາ​ບັນລຸ 252,11 ຕື້​ຢວນ, ​ເພີ່ມ​ຂຶ້ນ 1,9%; ມູນ​ຄ່າ​ນຳ​ເຂົ້າຈາກ​ອາ​ເມຣິກາບັນລຸ 63,71 ຕື້​ຢວນ, ຫຼຸດ​ລົງ 38,6%; ການ​ເກີນ​ດຸນ​ການ​ຄ້າກັບ​ອາ​ເມຣິກາ​ບັນລຸ 188,4 ຕື້​ຢວນ, ​ເພີ່ມ​ຂຶ້ນ 31,2%.