ເຂດ​ຊິ່ນ​ຈ່ຽງ​ຈີນ​ຈະ​ເນັ້ນ​ໃສ່​ສ້າງ 100 ຍີ່​ຫໍ້​ດັງ​ດ້ານ​ການ​ທ່ອງ​ທ່ຽວ​ໃນປີ 2019

2019-02-18 17:21:32 |ມາຈາກ: CRI

ເຈົ້າ​ໜ້າ​ທີ່​ພະ​ແນກວັດ​ທະ​ນະ​ທຳ​ແລະ​ທ່ອງ​ທ່ຽວ​ເຂດ​ປົກ​ຄອງ​ຕົນ​ເອງ​ອຸຍ​ເກີ​ຊິ່ນ​ຈ່ຽງ​ຈີນ​ເປີດ​ເຜີຍ​ວ່າ, ເຂດ​ຊິ່ນ​ຈ່ຽງ​​ຈະ​ເນັ້ນ​ໃສ່​ສ້າງ 100 ຍີ່​ຫໍ້​ດັງ​ດ້ານ​ການ​ທ່ອງ​ທ່ຽວ​ໃນປີ 2019.

ຂ່າວ​ແຈ້ງວ່າ, ປີ​ນີ້, ເຂດ​ຊິ່ນ​ຈ່ຽງ​ຈະ​ອອກ​ແຮງ​ປະ​ຕິ​ບັດ​ຍຸດ​ທະ​ສາດ​ພັດ​ທະ​ນາ​ເຂດ​ຊິ່ນ​ຈ່ຽງ​ດ້ວຍ​ຂະ​ແໜງ​ການ​ທ່ອງ​ທ່ຽວ, ອອກ​ແຮງສົ່ງ​ເສີມ​ໂຄງ​ການ​ຍີ່​ຫໍ້​ທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ, ຊຸກ​ຍູ້​ການ​ສ້າງ​ແຫຼ່ງ​ທ່ອງ​ທ່ຽວ​ທີ່​ດີ​ເດັ່ນ ໂດຍ​ປິ່ນ​ອ້ອມ​ສະ​ພາບ​ນິ​ເວດ​ທຳ​ມະ​ຊາດ​ແລະ​ວັດ​ທະ​ນະ​ທຳ​ທີ່​ມີ​ເອ​ກະ​ລັກ​ພິ​ເສດ, ເນັ້ນ​ໃສ່ “​ຂະ​ໜາດໃຫຍ່” ແລະ “ຄວາມ​ສວຍ​ງາມ”, ສຸມ​ໃສ່​ສ້າງ​ຍີ່​ຫໍ້​ພິ​ເສດ “ເຂດ​ຊິ່ນ​ຈ່ຽງ​ເປັນ​ແຫຼ່ງ​ທ່ອງ​ທ່ຽວ​ທີ່​ດີ”, ໂຄ​ສະ​ນາ​ຍີ່​ຫໍ້​ແລະ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ​ຈຳ​ນວນ​ໜຶ່ງ ​ທີ່ກາຍ​ເປັນ​ສັນ​ຍະ​ລັກ​​ດ້ານກ​ານ​ທ່ອງ​ທ່ຽວຂອງ​ເຂດ​ຊິ່ນ​ຈ່ຽງ. ໂດຍຈະ​ເນັ້ນ​ໃສ່​ສ້າງ 100 ຍີ່​ຫໍ້​ດັງ​ດ້ານ​ການ​ທ່ອງ​ທ່ຽວ ເຊິ່ງ​ລວມ​ທັງ​ແຫຼ່ງ​ທ່ອງ​ທ່ຽວ​ດ້ານ​ປະ​ຫວັດ​ສາດ​ແລະ​ວັດ​ທະ​ນະ​ທຳ, ແຫຼ່ງ​ທ່ອງ​ທ່ຽວລະ​ດູ​ໜາວ, ແຫຼ່ງ​ທ່ອງ​ທ່ຽວຫຼິ້ນ​ນ້ຳ​ກ້ອນ​ແລະ​ຫິ​ມະ, ແຫຼ່ງ​ທ່ອງ​ທ່ຽວ​ຮີດ​ຄອງ​ປະ​ເພ​ນີ​ແລະ​ວັດ​ທະ​ນະ​ທຳ, ແຫຼ່ງ​ທ່ອງ​ທ່ຽວ​ຊົນ​ນະ​ບົດ, ແຫຼ່ງ​ທ່ອງ​ທ່ຽວ​ປະ​ຕິ​ວັດ​ສີ​ແດງ, ແຫຼ່ງ​ທ່ອງ​ທ່ຽວ​ນິ​ເວດ ເຫຼົ່າ​ນີ້​ເປັນ​ຕົ້ນ.