ເຂ​ດ​ຕິ​ເບດ​ໄດ້​ຮັບ​ຜົນ​ງານ​ດີເດັ່ນໃນ​ດ້ານ​ການ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ

2019-02-18 17:23:35 |ມາຈາກ: CRI

ທ່ານ​ຢິນ​ເຟີງ​ສຸຍ ຫົວ​ໜ້າ​ຫ້ອງ​​ການ​ຊີ້​ນຳ​ວຽກ​ງານ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ເຂ​ດ​ປົກ​ຄອງ​ຕົນ​ເອງ​ຕິ​ເບດ​ກ່າວ​ໃນ​ເມື່ອ​ບໍ່​ດົນ​ມາ​ນີ້​ວ່າ, “ປີ 2018, ວຽກ​ງານ​ຫຼຸດ​ຜ່ອນ​ຄວາ​ມ​ທຸກ​ຍາກ​ຂອງ​ເຂດ​ຕິ​ເບດ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ທີ່​ມີ​ລັກ​ສະ​ນະ​ຕັດ​ສິນຊີ້​ຂາດ​ທີ່​ສຳ​ຄັນ. ເມືອງ​ທຸກ​ຍາກ​ທີ່​ສຸດ 25 ເມືອງ​ໄດ້​ບັນ​ລຸ​​ເງື່ອນ​ໄຂພົ້ນ​ຈາກ​ຄວາມ​ທຸກ​ຍາກ, ​ສາ​ມາດຫຼຸດ​ບ້ານ​ທຸກ​ຍາກ​ລົງ​ໄດ້ 1808 ບ້ານ, ແລະ​ປະ​ຊາ​ກອນ​ຈຳ​ນວນ 1,81 ແສນ​ຄົນ​ພົ້ນ​ຈາກ​ຄວາມ​ທຸກ​ຍາກ, ອັດ​ຕາ​ຄວາມ​ທຸກ​ຍາກ​ຕ່ຳ​ກວ່າ 6%.”

ປີ 2018, ​ທົ່ວເຂດ​ຕິ​ເບດ​​ໄດ້​ປະ​ຕິ​ບັດ​ໂຄງ​ການ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ 2142 ໂຄງ​ການ, ແລະໄດ້​ຫຼຸດ​ຜ່ອນ​ຈຳ​ນວນ​ປະ​ຊາ​ຊົນ​ທຸກ​ຍາກ​ລົງ 2,1 ແສນ​ຄົນ​ໂດຍ​ຜ່ານ​ການ​ພັດ​ທະ​ນາ​ຂະ​ແໜງ​ການ​ຕ່າງໆ.