ທ່ານ​ວາງ​ຢີ້​ພົບ​ປະ​ກັບ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອີ​ຣານ

2019-02-20 16:36:24 |ມາຈາກ: CRI

ວັນ​ທີ 19 ກຸມ​ພາ​ນີ້​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ, ທ່​ານ​ວາງ​ຢີ້ ທີ່​ປຶກ​ສາ​ແຫ່ງ​ລັດ ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານ​ໂມ​ຮາ​ເມັດ ຈາ​ວັດ ຊາ​ຣິ​ຟ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອີ​ຣານ​ທີ່ຮ່ວມ​ເດີນ​ທາງ​ກັບ​ທ່ານ​ອາ​ລີ ລາ​ຣິ​ຈາ​ນີ ປະ​ທານ​ລັດ​ຖະ​ສະ​ພາ​ອີ​ຣານ​ຢ້ຽມ​ຢາມ​ຈີ​ນ.

ທ່ານ​ວາງ​ຢີ້​ກ່າວ​ວ່າ: ຈີນ​ແລະ​ອີ​ຣານ​ລ້ວນ​ແຕ່​ເປັນ​ປະ​ເທດ​ທີ່​ມີ​ມູນ​ເຊື້ອ​ອາ​ລິ​ຍະ​ທຳ​ທີ່​ມີ​ປະ​ຫວັດ​ສາດຫຼາຍ​ພັນ​ປີ, ເມື່ອ​ຜະ​ເຊີນ​ກັບສະ​ຖາ​ນະ​ການ​ສັບ​ສົນ​ໃນ​​ໄລ​ຍະ​ໃດ​ໄລ​ຍະ​ໜຶ່ງ, ​ກໍ​ຍັງ​ສາ​ມາດ​ຮັກ​ສາ​ຄວາມ​ໝັ້ນ​ໃຈ​ທາງຍຸດ​ທະ​ສາດ, ມີ​ສາຍ​ຕາ​ເບິ່ງກວ້າງມອງ​​ໄກຫຼາຍກວ່າ​ເກົ່າ ສາ​ມາດປົກ​ປັກ​ຮັກ​ສາ​ແລະ​ເສີມ​ຂະ​ຫຍາຍ​ການ​ຮ່ວມ​ມື​ຈີນ-ອີ​ຣານ, ​ທັງ​ສາ​ມາດ​ເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້​ມີ​ເນື້ອ​ໃນ​ໃໝ່ຫຼາຍກວ່າ​ເກົ່າ.

ທ່ານ​ຊາ​ຣິ​ຟ ກ່າວ​ວ່າ, ອີ​ຣານ​ທະ​ນຸຖະ​ໜອມ​​ຕໍ່​ສາຍ​ພົວ​ພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບ​ດ້ານ​ອີ​ຣານ-ຈີນ​ໃນ​ລະ​ດັບ​ສູງ, ຍິນ​ດີ​ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ຂະ​ບວນ​ການ​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”. ອີ​ຣານ​ຍິນ​ດີ​ຕ້ອນ​ຮັ​ບ​ຈີນ​ເສີມ​ຂະ​ຫຍາຍ​ບົດ​ບາດ​ສຳ​ຄັນ​ກວ່າ​ເກົ່າ​ໃນ​ວຽກ​ງານ​ເຂດ​ຕາ​ເວັນ​ອອກ​ກາງ​ລວມ​​ທັງ​ບັນ​ຫາ​ຊີ​ຣີ, ການ​ສ້າງ​ສາ​ພັດ​ທະ​ນາ​ຄືນ​ໃໝ່​​ໃນ​ປະ​ເທດ​ອີ​ຣັກ, ຂະ​ບວນ​ການ​​ສ້າງສັນ​ຕິ​ພາບ​ໃນ​ອັ​ຟ​ກາ​ນິ​ສະ​ຖານ​ແລະ​ບັນ​ຫາ​ອື່ນໆ.

ສອງ​ຝ່າຍ​ຍັງ​ໄດ້​ແລກ​ປ່ຽນ​ຄ​ວາມ​ເຫັນ​ກ່ຽວ​ກັບ​ສັນ​ຍາ​ຮອບ​ດ້ານ​ວ່າ​ດ້ວຍ​ບັນ​ຫາ​ນິວ​ເຄ​ລຍ​ອີ​ຣານອີກ​ດ້ວຍ.