ທ່ານ​ ສີ​ຈິ້ນ​ຜິງ ຮັບ​​ສານ​ຕາ​ຕັ້ງ​ຂອງ​ທູດ​ 9 ປະ​ເທ​ດ​ປະ​ຈຳ​ຈີນ​ຄົນ​ໃໝ່

2019-02-21 17:53:53 |ມາຈາກ: CRI

ວັນ​ທີ 20 ກຸມ​ພານີ້, ຢູ່​ຫໍ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ທີ່​ນະ​ຄອນຫຼວງ​ປັກ​ກິ່ງ, ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ຮັບ​​ສານ​ຕາ​ຕັ້ງ​ຂອງ​ເອກ​ອັກ​ຄະ​ລັດ​ຖະ​ທູດ​​ 9 ປະ​ເທດ​ປະ​ຈຳ​ຈີນ​ຄົນ​ໃໝ່.

ໂອ​ກາດ​ດັ່ງ​ກ່າວ, ທ່ານ ສີ​ຈິ້ນ​ຜິງ ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ຕ້ອນ​ຮັບ​ບັນ​ດາ​ທ່ານ​ທູດ​ທີ່​ມາ​ດຳ​ລົງ​ຕຳ​ແໜ່ງ​​ປະ​ຈຳຈີນ, ແລະ​​ຜ່ານ​ບັນ​ດາ​ທ່ານ​ທູດ​ຝາກ​ຄຳ​ຢື້​ຢາມ​​ຖາມ​ຂ່າວ​ດ້ວຍ​ຄວາມ​ຈິງ​ໃຈ​ແລະ​ຄຳ​ອວຍ​ພອນ​ອັນ​ປະ​ເສີດ​ເຖິງ​ບັນ​ດາ​ຜູ້​ນຳ​ແລະ​ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ​​ເຫຼົ່າ​ນັ້ນ. ຂະ​ນະ​ດຽວ​ກັນ, ທ່ານ ສີ​ຈິ້ນ​ຜິງ ໄດ້​ຕີ​ລາ​ຄາ​ສູງ​ຕໍ່​ການ​ພົວ​ພັນ​ອັນ​ດີ​ງາມ​ກັບ​ບັນ​ດາ​ປະ​ເທດ ແລະ​ເນັ້ນ​ວ່າ ຈີນ​ໃຫ້​ຄວາມ​ສຳ​ຄັນ​​ທີ່​ສຸດ​ຕໍ່​ການ​ຂະ​ຫຍາຍ​ການ​ພົວ​ພັນ​ກັບ​ບັນ​ດາ​ປະ​ເທດ, ຍິນ​ດີ​ລົງ​ເລິກ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ, ເປີດກວ້າງ​ການ​ຮ່ວມ​ມື​ທີ່​ແທດ​ເໝາະ​ກັບ​ສະ​ພາບ​ຕົວ​ຈິງ ​ເພື່ອ​ສ້າງ​ຄວາມ​ຜາ​ສຸກ​ໃຫ້​ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ​ຫຼາຍກວ່າ​ເກົ່າ. ລັດ​ຖະ​ບານ​ຈີນ​ຈະ​ອຳ​ນວຍ​ຄວາມ​ສະ​ດວກ​ແລະ​ສະ​ໜັບ​ສະ​ໜູນ​ທູ​ຕາ​ນຸ​ທູດ​ຂອງ​ບັນ​ດາ​ປະ​ເທດ​ໃນ​ການ​ດຳ​ລົງ​ຕຳ​ແໜ່ງ​ຢູ່​ຈີນ, ຫວັງ​ວ່າ ທຸກ​ທ່ານ​ຈະ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເພື່​ອ​ຊຸກ​ຍູ້​ການ​ພັດ​ທະ​ນາ​ສາຍ​ພົວ​ພັນ​ສອງ​ຝ່າຍ.

ບັນ​ດາ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ໄດ້​​ນຳ​ເອົາ​ຄຳ​ຢື້​ຢາມ​ຖາມ​ຂ່າວ​ອັນ​ສະ​ໜິດ​ສະ​ໜົມ​ຂອງ​ຜູ້​ນຳ​ປະ​ເທດ​ຕົນ​​ເຖິງ​ທ່ານ ສີ​ຈິ້ນ​ຜິງ ແລະ​ກ່າວ​ວ່າ, ຍິນ​ດີ​ຕັ້ງ​ໜ້າສຸມ​ໃສ່​ການເພີ່ມ​​ມິດ​ຕະ​ພາບແລະຄວາມ​ເຂົ້າ​ໃຈ​ກັນ​, ຊຸກ​ຍູ້​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​.

ມື້​ດຽວ​ກັນ, ທ່ານ ສີ​ຈິ້ນ​ຜິງ ຍັງ​ໄດ້​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ຄຳ​ນັບ​ຂອງ​ທ່ານ ວະ​ລາ​ດີ​ເມຍ ໂນ​ຣົ​ຟ ເລ​ຂາ​ທິ​ການ​ໃຫຍ່ອົງ​ການ​ຮ່ວມ​ມື​ຊຽງ​ໄຮຄົນ​ໃໝ່ ແລະ​ຫວັງ​ວ່າ​ທ່ານ​ຈະ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເພື່ອ​ຊຸກ​ຍູ້​ການ​ພັດ​ທະ​ນາ​ຂອງ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ.