ການແຂ່ງຂັນປາຖະກະຖາຂອງນັກສຶກສາປະເທດລຸ່ມ ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງທີ່ຮຽນຢູ່ຈີນຈັດຂຶ້ນຢູ່ນະຄອນຄຸນໝິງ

2019-03-11 17:39:38 |ມາຈາກ: Yunnan Gateway

ວັນທີ 7 ມີນາ, ກິດຈະກຳການແລກປ່ຽນແລະຮ່ວມມືຂອງນັກສຶກສາປະເທດລຸ່ມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງທີ່ຮຽນຢູ່ຈີນຫຼືການແຂ່ງຂັນປາຖະກະຖາພາສາຈີນໂດຍບໍລິສັດໄຟຟ້ານານຟ່າງຈີນໄດ້ຈັດຂຶ້ນຢູ່ຄຸນໝິງ,ຜູ້ແຂ່ງຂັນທີ່ມາຈາກປະເທດລາວ,ກຳປູເຈຍ,ມຽນມາ,ຫວຽດນາມແລະໄທເລົ່າເລື່ອງຊີວິດການເປັນຢູ່ແລະການຮຽນຢູ່ຢຸນນານຂອງເຂົາເຈົ້າ,ເຊິ່ງໄດ້ຮັບສຽງຕົບມືຢ່າງຄຶກຄື້ນ.

ວັນທີ 18-24 ມີນາ ປີນີ້, ແມ່ນ“ສັບປະດາແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ”ຄັ້ງທີສອງ.ເພື່ອໃຫ້ສອດຄ່ອງກັບກິດຈະກຳຂອງ“ສັບປະດາແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ”,ບໍລິສັດໄຟຟ້ານານຟ່າງຈີນໄດ້ຈັດຕັ້ງນັກສຶກສາປະເທດລຸ່ມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງທີ່ຮຽນຢູ່ຈີນຈຳນວນ 52ຄົນທີ່ໄດ້ຮັບເງິນຊ່ວຍເຫລືອເຕັມຈຳນວນມາຢູ່ຮ່ວມກັນ,ໂດຍໃຊ້ຮູບແບບການແຂ່ງຂັນມາເລົ່າເລື່ອງມິດຕະພາບຂອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ.

ທີ່ສະຫນາມຈັດກິດຈະກຳ,ຜູ້ແຂ່ງຂັນ10ຄົນແຂ່ງຂັນໂດຍປິ່ນອ້ອມຫົວຂໍ້ “ເລື່ອງຫນຶ່ງທີ່ລືມບໍ່ໄດ້ທີ່ສຸດໃນປະເທດຈີນຂອງຂ້ອຍ”,ຜູ້ແຂ່ງຂັນ10ຄົນເລົ່າກ່ຽວກັບເລື່ອງຊີວິດການເປັນຢູ່ຂອງຕົນເອງທີ່ປະເທດຈີນ,ແບ່ງປັນຄວາມຮູ້ສຶກຕໍ່ການຮຽນພາສາຈີນ.ຫລັງຈາກການແຂ່ງຂັນ,ນັກສຶກສາຕ່າງປະເທດເຫລົ່ານີ້ກໍນຸ່ງເຄື່ອງປະຈຳຊາດຂອງຕົນ,ມີການຮ້ອງເພງແລະຟ້ອນທີ່ມີເອກະລັກຂອງອາຊີອາຄະເນ,ສະແດງສະເຫນ່ຂອງສິລະປະວັດທະນະທຳທີ່ແຕກຕ່າງກັນ.ໃນມື້ນັ້ນ,ນັກສຶກສາຕ່າງປະເທດຍັງມີການແລກປ່ຽນທັກສະ,ສຳຜັດການທົດລອງບິນໂດຣນ.

ພະນັກງານສະຖານກົງສຸນໃຫຍ່ ສປປ ລາວ,ມຽນມາ,ໄທທີ່ຄຸນຫມິງ,ຜູ້ຮັບຜິດຊອບຂອງຫ້ອງການການຕ່າງປະເທດອຳນາດການປົກຄອງແຂວງຢຸນນານ,ບໍລິສັດໄຟຟ້ານານຟ່າງຈີນ,ມະຫາວິທະຍາໄລວິທະຍາສາດແລະເຕັກໂນໂລຢີຄຸນຫມິງແລະອື່ນໆກໍໄດ້ເຂົ້າຮ່ວມກິດຈະກຳການແຂ່ງຂັນປາຖະກະຖາດັ່ງກ່າວ.