ສ້າງ​ເງື່ອ​ນ​ໄຂ​ເອື້ອ​ອຳນວຍ​ໃຫ້​ແກ່​ການ​ປະດິດ​ສ້າງ​ໃໝ່ ​ແລະ​ການ​ພັດທະນາ​ຂອງ​ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ​ນ້ອຍ ​ກໍ​ຄື ຊາວ​ໜຸ່ມ

2019-03-11 17:54:06 |ມາຈາກ: CRI

ວັນ​ທີ 10 ມີນາ​ນີ້, ​ໃນ​ເວລາ​ປຶກສາ​ຫາລື​ກັບ​ຄະນະ​ຜູ້​ແທນ​ແຂວງ​ຟູ​ຈ້ຽນ, ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ເນັ້ນ​ວ່າ, ຕ້ອງ​ສ້າງ​ສະພາບ​ແວດ​ລ້ອມ​ທີ່​ມີ​ຜົນ​ດີ​ຕໍ່​ການ​ປະດິດ​ສ້າງ ​ໃໝ່, ການ​ສ້າງ​ທຸລະ​ກິດ​ໃໝ່ ​ແລະ​ການ​ສ້າງສັນ, ​ເພື່ອ​ຂຸດ​ຄົ້ນ​​ແຮງຊຸກ​ດັນ​ການ​ປະດິດ​ສ້າງ​ໃໝ່, ການ​ສ້າງ​ທຸລະ​ກິດ​ໃໝ່ ​ແລະ​ການ​ສ້າງສັນ​ຂອງ​ທົ່ວ​ສັງຄົມ​ໃຫ້ຫຼາຍ​ເທົ່າ​ທີ່​ຈະ​ຫຼາຍ​ໄດ້, ​ເພີ່ມ​ທະວີ​ຖານະ​ບົດບາດ ​ແລະ ກຳລັງ​ແຂ່ງຂັນ​ຂອງ​ຈີນ​ໃນ​ການ​ປ່ຽນ​ແປງ​ໃໝ່​ຂອງ​ໂລກ​ຢ່າງ​ບໍ່​ຢຸດ​ຢັ້ງ. ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້​ເນັ້ນ​ເປັນ​ພິ​ເສດ​ວ່າ, ຕ້ອງ​ສ້າງ​ເງື່ອນ​ໄຂ​ເອື້ອ​ອຳນວຍ​ໃຫ້​ແກ່​ການພັດທະ​ນາ​ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ ນ້ອຍ, ກໍ​ຄື​ການ​ພັດທະນາ​ຂອງ​ຊາວ​ໜຸ່ມ.

ແຂວງ​ຟູ​ຈ້ຽນ​ເປັນ​ໜຶ່ງ​ໃນຫຼາຍ​ແຂວງ​ຂອງ​ຈີນ​ທີ່​ເປີດ​ປະຕູ​ສູ່​ພາຍ​ນອກ​ກ່ອນໝູ່, ກໍ​ເປັນ​ແຂວງ​ໃຫຍ່​ດ້ານ​ເສດຖະກິດ​ເອກະ​ຊົນ​ຂອງ​ຈີນ. ມື້​ດຽວ​ກັນ, ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ວ່າ, ຕ້ອງ​ພະຍາຍາມ​ແກ້​ໄຂ​ບັນຫາອັນ​ພົ້ນ​ເດັ່ນ​ດ້ານ​ລະບົບ ​ແລະ​ກົນ​ໄກ​ທີ່​ກະທົບ​ເຖິງ​ການ​ປະດິດ​ສ້າງ ​ໃໝ່, ການ​ສ້າງ​ທຸລະ​ກິດ​ໃໝ່ ​ແລະ​ການ​ສ້າງສັນ, ຈັດ​ຕັ້ງ​ປະຕິບັດ​ນະ​ໂຍບາຍ ​ແລະ ມາດຕະການ​ຕ່າງໆທີ່​ສະໜັບສະໜູນ​ການ​ພັດທະນາ​ເສດຖະກິດ​ເອກະ​ຊົນ, ສ້າງ​ສະພາບ​ແວດ​ລ້ອມ​ທີ່​ຍຸດຕິ​ທຳ, ​ໂປ່​ງ​ໃສ ​ແລະ ຄຸ້ມ​ຄອງ​ຕາມ​ກົດໝາ​ຍ​ໃຫ້​ແກ່​ວິ​ສາ​ຫະກິດ​ທີ່​ເປັນ​ກຳມະສິດ​ປະ​ເພດ​ຕ່າງໆ.