ທ່ານສີຈິ້ນຜິງກ່າວວ່າ: ຮັບປະກັນບໍ່ໃຫ້ເຂດປະຕິວັດເກົ່າບໍ່ຫຼ້າກັບເຂດອື່ນໃນການສ້າງເປັນສັງຄົມທີ່ອິ່ມໜຳສຳລານຢ່າງຮອບດ້ານ

2019-03-11 18:01:48 |ມາຈາກ: CRI

ວັນທີ 10 ມີນານີ້ ທ່ານສີຈິ້ນຜິງ ປະທານປະເທດ ສປ ຈີນໄດ້ເຂົ້າຮ່ວມການປຶກສາຫລືຂອງຄະນະຜູ້ແທນແຂວງຟູຈ້ຽນໃນໄລຍະໄຂກອງປະຊຸມສະພາຜູ້ແທນປະຊາຊົນແຫ່ງຊາດຈີນ ໂດຍທ່ານໄດ້ກ່າວວ່າ, ປີນີ້ແມ່ນປີສະຖາປະນາ ສປ ຈີນຄົບຮອບ 70 ປີ, ພວກເຮົາຕ້ອງຄິດເຖິງກົກເຫງົ້າຂອງຕົນເລື້ອຍໆ ບໍ່ຄວນລືມປະຊາຊົນທີ່ຢູ່ເຂດປະຕິວັດເກົ່າ, ຮັບປະກັນບໍ່ໃຫ້ເຂດປະຕິວັດເກົ່າຫຼ້າກວ່າໝູ່ໃນຂະບວນການສ້າງເປັນສັງຄົມທີ່ອິ່ມໜຳສຳລານຢ່າງຮອບດ້ານ.

ແຂວງຟູຈ້ຽນແມ່ນໜຶ່ງຂອງບັນດາເຂດປະຕິວັດເກົ່າທີ່ມີຊື່ສຽງຂອງຈີນ. ໃນໄລຍະສົງຄາມໃນສັດຕະວັດທີ່ແລ້ວ, ແຂວງຟູຈ້ຽນໄດ້ປະກອບສ່ວນຢ່າງມະຫາສານໃນການສ້າງຕັ້ງປະເທດຈີນໃໝ່. ແຕ່ຍ້ອນປັດໄຈທາງທຳມະຊາດແລະອື່ນໆ ເຮັດໃຫ້ເສດຖະກິດຂອງເຂດປະຕິວັດເກົ່າຂອງຈີນບໍ່ໜ້ອຍອ້າວຫຼ້າຫຼັງແດ່. ຫຼັງຈາກກອງປະຊຸມໃຫຍ່ຄັ້ງທີ 18 ຂອງພັກກອມມູນິດຈີນເປັນຕົ້ນມາ ທ່ານສີຈິ້ນຜິງໄດ້ລົງໄປສຳຫຼວດເຂດປະຕິວັດເກົ່າຫຼາຍເທື່ອ, ຊີວິດການເປັນຢູ່ຂອງປະຊາຊົນຢູ່ເຂດເຫຼົ່ານີ້ເປັນວຽກທີ່ການນຳສູງສຸດຂອງຈີນໃຫ້ຄວາມສຳຄັນຕະຫຼອດມາ, ທ່ານເຄີຍສະເໜີອອກມາຫຼາຍເທື່ອວ່າ, ຕ້ອງໃຫ້ປະຊາຊົນຢູ່ເຂດປະຕິວັດເກົ່າມີຊີວິດທີ່ຮັ່ງມີສີສຸກກວ່າເກົ່າ, ຕ້ອງເລັ່ງລັດການພັດທະນາຂອງເຂດປະຕິວັດເກົ່າ, ເຮັດໃຫ້ປະຊາຊົນຢູ່ເຂດເກົ່າຊົມໃຊ້ໝາກຜົນແຫ່ງການປະຕິຮູບແລະໄຂປະຕູສູ່ພາຍນອກ.