ລັດ​ຖະ​ມົນ​ຕີຫຼາຍ​ທ່ານ​ຂອ​ງ​ຈີນ​ຊີ້​ແຈງມາດ​ຕະ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ຕື່​ມ​ອີກ​ຂອງ​ຈີນ​ໃນ​ໄລ​ຍະ​ກອງ​ປະ​ຊຸມ​ສອງ​ສະ​ພາ

2019-03-13 18:07:09 |ມາຈາກ: CRI

ໃນໄລຍະກອງປະຊຸມສອງສະພາຂອງຈີນ, ການເປີດປະຕູສູ່ພາຍນອກຕື່ມອີກ ແລະ ການຊຸກຍູ້ການຮ່ວມມືສາກົນໃນຫຼາຍຂົງເຂດແລະຫຼາຍມາດຕະການໄດ້ກາຍເປັນບັນຫາຈຸດເດັ່ນ. ໂດຍສະເພາະແມ່ນຈາກຖານະເທົ່າທຽມກັນກ່ອນອະນຸມັດເຂົ້າຕະຫຼາດທີ່ໄດ້ສະເໜີໃນກົດໝາຍວ່າດ້ວຍການລົງທຶນຂອງຕ່າງປະເທດຈົນຮອດການສ້າງເສດຖະກິດໂລກແບບເປີດປະຕູໃນຂົງເຂດການຄ້າ, ຈາກການເພີ່ມທະວີການປະດິດສ້າງໃໝ່ແລະການຮ່ວມມືໃນຂົງເຂດຊັບສິນທາງປັນຍາຈົນຮອດການຮ່ວມກັນສ້າງຫ້ອງທົດລອງປະສົມໃນຂົງເຂດວິທະຍາສາດເຕັກໂນໂລຊີ, ຈາກການຮ່ວມມືກັນຮັບມືກັບການປ່ຽນແປງຂອງດິນຟ້າອາກາດຈົນຮອດງານໂອລິມປິກລະດູໜາວປັກກິ່ງປີ 2022 ເຫຼົ່ານີ້ເປັນຕົ້ນ. ຫຼາຍມື້ມານີ້, ໃນກອງປະຊຸມຂ່າວ, ໃນບໍລິເວນສະເພາະເຂດໃຫ້ສຳພາດຂອງລັດຖະມົນຕີ, ລັດຖະມົນຕີຫຼາຍທ່ານຂອງຈີນໄດ້ຕອບຄຳຖາມສຳພາດຂອງສື່ມວນຊົນທົ່ວໂລກ ໂດຍໄດ້ຊີ້ແຈງມາດຕະການລະອຽດໃນການເປີດປະຕູແລະການຮ່ວມມືໃນຂົງເຂດຕ່າງໆ ໂດຍສະແດງໃຫ້ເຫັນເຖິງການຕັດສິນໃຈຂອງຈີນໃນການເປີດປະຕູສູ່ພາຍນອກຕື່ມອີກ ແລະ ການເພີ່ມທະວີການຮ່ວມມືສາກົນ.

ອະທິບາຍຮູບທີ 1: ທ່ານລິວຈຸ້ນເຊີນ ຮອງຫົວໜ້າກຳມາທິການວຽກງານກົດໝາຍຄະນະປະຈຳສະພາປະຊາຊົນແຫ່ງຊາດຈີນກ່າວວ່າ: “ທຳມະດາແລ້ວ, ສິດເທົ່າທຽມກັບພົນລະເມືອງໃນຂົງເຂດສາກົນແມ່ນການອະນຸມັດເຂົ້າມາແລ້ວຈິ່ງມີສິດເທົ່າທຽມກັບພົນລະເມືອງຂອງປະເທດຕົນ, ແຕ່ກົດໝາຍວ່າດ້ວຍການລົງທຶນຂອງຕ່າງປະເທດໄດ້ລະບຸໄວ້ວ່າ ມີສິດເທົ່າທຽມກັບພົນລະເມືອງຂອງປະເທດຕົນກ່ອນການອະນຸມັດເຂົ້າມາ ເຊິ່ງໝາຍຄວາມວ່າ, ຈະໃຫ້ຖານະບໍ່ຕ່ຳກວ່ານັກລົງທຶນປະເທດຕົນສຳລັບນັກລົງທຶນຕ່າງປະເທດແລະການລົງທຶນຂອງເຂົາເຈົ້າໃນໄລຍະອະນຸມັດທຶນຕ່າງປະເທດເຂົ້າມາລົງທຶນຢູ່ຈີນ, ໄດ້ປັບການມີສິດເທົ່າທຽມກັບພົນລະເມືອງປະເທດຕົນຈາກຫຼັງການອະນຸມັດເຂົ້າມາກາຍເປັນກ່ອນອະນຸມັດເຂົ້າມາ, ນີ້ກໍແມ່ນເພື່ອຊຸກຍູ້ການລົງທຶນຢ່າງເສລີແລະສະດວກສະບາຍທີ່ມີລະດັບສູງກວ່າເກົ່າ.”

ພາບ 2: ທ່ານສຽນເຄີ້ໝິງ ຮອງລັດຖະມົນຕີກະຊວງການຄ້າຈີນກ່າວວ່າ: ພວກເຮົາເດັດດ່ຽວຄັດຄ້ານລັດທິປົກປ້ອງບໍ່ວ່າໃນຮູບແບບໃດກໍຕາມມາໂດຍຕະຫຼອດ ແຮ່ງບໍ່ຢາກໄດ້ເຫັນການນຳໃຊ້ມາດຕະການຮັກສາຄວາມປອດໄພໂດຍທົ່ວທີບ ເພື່ອສ້າງອຸປະສັກຕໍ່ການລົງທຶນທີ່ປົກກະຕິ, ພວກເຮົາກໍຍິນດີຮ່ວມກັບບັນດາປະເທດທີ່ກ່ຽວຂ້ອງສ້າງສະພາບແວດລ້ອມການດຳເນີນທຸລະກິດທີ່ເປີດກວ້າງ, ໂປ່ງໃສ ແລະ ສະດວກໃຫ້ແກ່ນັກລົງທຶນ ເພື່ອຊຸກຍູ້ການພັດທະນາເສດຖະກິດໂລກແບບເປີດກວ້າງ.

ພາບ 3: ທ່ານຫວາງຈື້ກ່າງ ລັດຖະມົນຕີກະຊວງວິທະຍາສາດເຕັກໂນໂລຊີຈີນກ່າວວ່າ: ພວກເຮົາສົ່ງເສີມແລະສະໜັບສະໜູນອົງການຜະລິດ, ສະຖາບັນການສຶກສາ ແລະ ສະຖາບັນຄົ້ນຄວ້າຂອງປະເທດລຽບຕາມ “ໜຶ່ງແລວໜຶ່ງເສັ້ນທາງ” ຮ່ວມກັນສ້າງຫ້ອງທົດລອງປະສົມ; ເລີ່ມສ້າງ ຫຼື ປຶກສາຫາລືການສ້າງການພົວພັນຮ່ວມມືດ້ານສວນອຸທິຍານວິທະຍາສາດກັບ 8 ປະເທດ ເຊັ່ນ: ຟິລິບປິນ ແລະ ອິນໂດເນເຊຍ; ໄດ້ສ້າງເວທີຖ່າຍໂອນເຕັກນິກກັບ 5 ເຂດ ຄື: ເຂດປະເທດອາຊຽນ, ເຂດອາຊີໃຕ້, ເຂດປະເທດອາຣັບ, ເຂດອາຊີກາງ ແລະ ເຂດພາກກາງແລະພາກຕາເວັນອອກຂອງເອີຣົບ, ຈັດຕັ້ງນັກວິທະຍາສາດໜຸ່ມຂອງປະເທດອາຊີໃຕ້ແລະປະເທດອາຊຽນຮ່ວມດຳເນີນກິດຈະກຳຢ້ຽມຢາມຈີນດ້ານການປະດິດສ້າງໃໝ່, ນອກນີ້ຍັງມີການຮ່ວມມືກັບປະເທດຈຳນວນໜຶ່ງໃນດ້ານການແຂ່ງຂັນການປະດິດສ້າງໃໝ່ ແລະອື່ນໆ.

ພາບ 4: ທ່ານຫຼີກ້ານເຈ ລັດຖະມົນຕີກະຊວງນິເວດວິທະຍາແລະສິ່ງແວດລ້ອມຈີນ ກ່າວວ່າ: ສະໜັບສະໜູນການຄົ້ນຄວ້າພັດທະນາແລະເຜີຍແຜ່ການນຳໃຊ້ເຕັກນິກກາກບອນຕ່ຳປະເພດຕ່າງໆ, ເປັນເຈົ້າການປັບຕົວໃຫ້ເຂົ້າກັບການປ່ຽນແປງຂອງດິນຟ້າອາກາດ, ຊຸກຍູ້ການຫັນປ່ຽນຮູບການພັດທະນາແບບສີຂຽວ-ກາກບອນຕ່ຳ ພ້ອມກັນນັ້ນ, ກໍລິເລີ່ມຮູບການດຳລົງຊີວິດແບບລຽບງ່າຍ, ສົມເຫດສົມຜົນ, ສີຂຽວແລະກາກບອນຕ່ຳ. ສືບຕໍ່ລົງເລິກການເຂົ້າຮ່ວມແລະນຳພາການແກ້ໄຂບັນຫາມົນລະພິດທາງອາກາດຂອງໂລກ, ສ້າງໂອກາດໃໝ່ແຫ່ງການພັດທະນາແບບກາກບອນຕ່ຳຂອງໂລກ.