ດ່ານບໍ່ຫານ:ການຜ່ານດ່ານມີຄວາມໄວເພີ່ມຂຶ້ນແລະສົ່ງເສີມການພັດທະນາການທ່ອງທ່ຽວຂ້າມແດນ

2019-03-14 18:06:06 |ມາຈາກ: 云南日报

ວັນທີ11 ມີນາ,ຄະນະທ່ອງທ່ຽວຂອງໄທເດີນທາງເຂົ້າດ່ານບໍ່ຫານຢ່າງສຳເລັດຜົນ, “ດຽວນີ້ການຜ່ານດ່ານມີຄວາມໄວເພີ່ມຂຶ້ນແລ້ວ,ຄະນະທ່ອງທ່ຽວທີ່ມີຈຳນວນ20ຄົນໃຊ້ເວລາມີແຕ່10ນາທີກໍ່ສຳເລັດຂັ້ນຕອນການແຈ້ງຫນັງສືເຂົ້າເມືອງ,ຖ້າເປັນ3ປີກ່ອນ,ຄົນຈຳນວນນີ້ຕ້ອງໄດ້ໃຊ້ເວລາປະມານໜຶ່ງຊົ່ວໂມງ.”ນາງລີວນູຄົນນຳທ່ຽວບອກກັບນັກຂ່າວວ່າ.ລາວໄດ້ຈັດໃຫ້ກຸ່ມທ່ອງທ່ຽວເດີນທາງຜ່ານດ່ານບໍ່ຫານຢູ່ເລື້ອຍໆກໍ່ຮູ້ສຶກວ່າປະສິດທິພາບຂອງການຜ່ານດ່ານຢູ່ຊາຍແດນຍົກສູງຂຶ້ນ.

ໃນປີມໍ່ໆມານີ້,ດ່ານບໍ່ຫານໄດ້ຊຸກຍູ້ການເປີດກວ້າງ,ຂະຫຍາຍຄວາມສາມາດຂອງດ່ານຢ່າງຕັ້ງໜ້າ,ໃນປັດຈຸບັນດ່ານບໍ່ຫານໄດ້ຮັບອະນຸຍາດໂດຍກົມການກວດກາຄຸນນະພາບແຫ່ງຊາດໃຫ້ເປັນດ່ານກຳນົດທີ່ສາມາດນຳເຂົ້າອາຫານ,ພືດ,ຜະລິດຕະພັນສັດນ້ຳ.ຄຽງຄູ່ກັບການສ້າງຕັ້ງສູນຄຸ້ມຄອງການຂົນເຄື່ອງດ່ວນທາງບົກສາກົນດ່ານບໍ່ຫານແລະດ່ານນຳເຂົ້າຊີ້ນ,ເຮັດໃຫ້ຄວາມສາມາດໂດຍລວມຂອງດ່ານໄດ້ຮັບການຍົກລະດັບຂຶ້ນຢ່າງຕໍ່ເນື່ອງ.

ປີ2018,ດ່ານບໍ່ຫານມີຍອດສິນຄ້າຂາເຂົ້າຂາອອກທັງຫມົດຈຳນວນ3,6794ລ້ານໂຕນ,ເພີ່ມຂຶ້ນ5,15% ເມື່ອປຽບທຽບກັບເວລາດຽວກັນໃນປີກາຍ,ຍອດຂາເຂົ້າຂາອອກຂອງສິນຄ້າທຳມະດາມີຈຳນວນທັງຫມົດ2,131ລ້ານໂຕນ,ເພີ່ມຂຶ້ນ12,93%ເມື່ອທຽບກັບປີກາຍ,ຈຳນວມຄົນເຂົ້າເມືອງອອກເມືອງທັງຫມົດ1,7561ລ້ານຄົນ,ມີນັກທ່ອງທ່ຽວຈຳນວນ39,95ໝື່ນຄົນ,ສຳເລັດຍອດລາຍຮັບການທ່ອງທ່ຽວ52,6ລ້ານຢວນ,ເພີ່ມຂຶ້ນ55,69% ເມື່ອທຽບກັບປີກາຍ.