ເສດ​ຖະ​ກິດ​ຈີນ​ຈະ​ເປັນເສົາ​ຄ້ຳ​ສຳ​ຄັນ​ທີ່​ເຮັດ​ໃຫ້​ເສດ​ຖ​ະ​ກິດ​ໂລກ​ໝັ້ນ​ທ່ຽງຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ

2019-03-15 17:08:35 |ມາຈາກ: CRI

ທ່ານຫຼີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ໄດ້​ໃຫ້​ສຳ​ພາດ​ນັກ​ຂ່າວ​ຈີນ​ແລະ​ຕ່າງ​ປະ​ເທດ​ໃນ​ວັນ​ທີ 15 ມີ​ນາ​ນີ້​ວ່າ: ຈີນ​ຈະ​ຍຶດ​ໝັ້ນ​ໃນ​ການກະ​ຕຸ້ນ ​ຕະຫຼາດ​​ໃຫ້ມີ​ຊີ​ວິດ​ຊີ​ວາ ແລະ​ຊຸກ​ຍູ້​ໃຫ້​ທຸກ​ພາກ​ສ່ວນ​ເສດ​ຖະ​ກິດ​ຕະຫຼາດ​ເມີ​ຄວາມ​ສາ​ມາດ​ປະ​ດິດ​ສ້າງຫຼາຍ​ຂຶ້ນ ເຊິ່ງ​ຈະ​ສາ​ມາດ​ຮັບ​ປະ​ກັນ​ໃຫ້​ເສດ​ຖະ​ກິດເໜັງ​ຕີງ​ຢູ່​ໃນ​ຂອບ​ເຂດ​​ທີ່ສົມ​ເຫດ​ສົມ​ຜົນ ແລະ​ຊຸກ​ຍູ້​ໃຫ້​ເສດ​ຖະ​ກິດ​ພັດ​ທະ​ນາ​ຢ່າງ​ມີ​ຄຸນ​ນະ​ພາບ​ສູງ. ເສດ​ຖະ​ກິດ​ຈີນ​ຈະ​ກາຍ​ເປັນ​ເສົາ​ຄ້ຳສຳ​ຄັນ​ທີ່​ເຮັດ​ໃຫ້​ເສດ​ຖະ​ກິດ​ໂລກ​ໝັ້ນ​ທ່ຽງ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ.

ໃນ​ໂອ​ກາດ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ລອຍ​ເຕີ, ທ່ານ​ຫຼີ​ເຄີ​ສຽງກ່າວ​ວ່າ: ເສດ​ຖະ​ກິດ​ຈີນ​ໄດ້​ຜະ​ເຊີນ​ກັບ​ແຮງ​ກົດ​ດັນ ອັນ​ໃໝ່​ທີ່​ຈະ​ເຮັດ​ໃຫ້​ການ​ຂະ​ຫຍາຍ​ຕົວ​ຊ້າ​ລົງ, ແຕ່​ວ່າ ເສດ​ຖະ​ກິດ​ໂລກ​ໃນ​ປັດ​ຈຸ​ບັນ​ຕ່າງ​ກໍ​ໄດ້​ຂະ​ຫຍາຍ​ຕົວ​ຊ້າ​ລົງ​ເຊັ່ນ​ກັນ. ທ່ານ​ເນັ້ນ​ວ່າ: ເມື່ອ​ຜະ​ເຊີນ​ກັບ​ຄວາມ​​ກົດ​ດັນໃໝ່​ທີ່​ເສດ​ຖະ​ກິດ​ຈະ​ຂະ​ຫຍາຍ​ຕົວ​ຊ້າ​ລົງ, ວິ​ທີ​ການ​ຮັບ​ມື​ອັນ​ໜຶ່ງ​ກໍ​ແມ່ນຜ່ອນ​ຄາຍ​ປະ​ລິ​ມານ​ດ້ານ​ເງິນ​ຕາ, ພິມ​ພັນ​ທະ​ບັດຫຼາຍ​ເກີນ​ຄວາມ​ຕ້ອງ​ການ, ເພີ່ມ​ອັດ​ຕາຂາດ​ດຸນ​ງົບ​ປະ​ມານຢ່າງຫຼວງຫຼາຍ, ແຕ່​ວ່າ​ມາດ​ຕະ​ການ​ເຫຼົ່າ​ນີ້​ຈະ​ສ້າງ​ຜົນ​ຮ້າຍ​​ຕາມ​ມາ ​, ສະ​ນັ້ນ ມັນ​ບໍ່​ສາ​ມາດ​ຮັບ​ເອົາ​ໄດ້.

ທ່ານຫຼີ​ເຄີ້​ສຽງ​ກ່າວ​ວ່າ: ປັດ​ໄຈ​ທີ່​ບໍ່​ໝັ້ນ​ທ່ຽງ​ໃນ​ປີ​ນີ້​ມີຫຼາຍ, ພວກ​ເຮົາ​ໄດ້​ມີ​ຊ່ອງ​ທາງ​ໃນ​ການ​ປັບ​ປຸງ​ນະ​ໂຍ​ບາຍ. ບໍ່​ວ່າ​ຈະ​ເກີດ​ມີ​ກໍ​ລະ​ນີ​ໃໝ່​ແນວ​ໃດ​ກໍ​ຕາມ, ພວກ​ເຮົາ​ກໍ​ຈະ​ຍຶດ​ໝັ້ນ​ໃນ​ຈຸດ​ຢືນ​ເດີມ​ໃນ​ສະ​ພາບ​ປັດ​ຈຸ​ບັນ, ​ທັງຄຳ​ນຶງ​ເຖິງ​ຜົນ​ປະ​ໂຫຍດ​ໄລ​ຍະ​ຍາວ, ຮັກ​ສາ​ໃຫ້​ເສດ​ຖະ​ກິດ​ຈີນ​ມີ​ຄວາມ​ໝັ້ນ​ທ່ຽງ ແລະ​ມີ​ທ່າ​ອ່ຽງ​ຂະ​ຫຍາຍ​ຕົວ​ໄປ​ໃນ​ທິດ​ທາງ​ທີ່​ດີ​ໃນ​ໄລ​ຍະ​ຍາວ​ຢ່າງ​ບໍ່​ມີ​ການ​ປ່ຽນ​ແປງ.