ຈີນ​ເຜີຍ​ແຜ່​ປຶ້ມ​ປົກ​ຂາວ “ການ​ຕໍ່ສູ້​​ຕ້ານ​ການກໍ່​ການ​ຮ້າຍ, ການຫຼຸດ​ພົ້ນ​ອອກ​ຈາກ​ລັດ​ທິ​ຫົວ​ຮຸນ​ແຮງແລະ​ການ​ປົກ​ປ້ອງ​ສິດ​ທິ​ມະ​ນຸດ​ໃນ​ຊິ່ນ​ຈ່ຽງ”

2019-03-19 16:09:14 |ມາຈາກ: CRI

ວັນ​ທີ 18 ມີ​ນານີ້, ຫ້ອງ​ການ​ຖະ​ແຫຼງ​ຂ່າວ​ຂອງ​ລັດ​ຖະ​ບານ​ຈີນ ໄດ້ເຜີຍ​ແຜ່​ປຶ້ມ​ປົກ​ຂາວ “ການ​ຕໍ່​ສູ້​ຕ້ານ​ການກໍ່​ການ​ຮ້າຍ, ການຫຼຸດ​ພົ້ນ​ອອກ​ຈາກ​ລັດ​ທິ​ຫົວ​ຮຸນ​ແຮງ​ແລະ​ການ​ປົກ​ປ້ອງ​ສິດ​ທິ​ມະ​ນຸດ​​ໃນ​ຊິ່ນ​ຈ່ຽງ”.

ປຶ້ມ​ປົກ​ຂາວ​ດັ່ງ​ກ່າວ ລະ​ບຸ​ວ່າ: ​ເມື່ອ​ບໍ່​ດົນ​ມານີ້, ເຂດ​ຊິ່ນ​ຈ່ຽງ​ຂອງ​ຈີນ​ໄດ້​ຮັບຜົນ​ກະ​ທົບ​ຈາກ​ອິດ​ທິ​ກຳ​ລັງ​ແບ່ງ​ແຍກ​ຊົນ​ເຜົ່າ, ອິດ​ທິ​ກຳ​ລັງ​ຫົວ​ຮຸນ​ແຮງ​ດ້ານ​ສາ​ສະ​ໜາ ແລະ ອິດ​ທິ​ກຳ​ລັງ​ລັດ​ທິກໍ່​ການ​ຮ້າຍ, ຈຶ່ງ​ເຮັດ​ໃຫ້​ເກີດ​ເຫດ​ການຫຼອນ​ໂຈ​ມ​ຕີ​ດ້ານ​ການກໍ່​ການ​ຮ້າຍ​ເລື້ອຍໆ, ເຊິ່ງ​​ເປັນ​ໄພ​ອັນ​ຕະ​ລາຍ​ຕໍ່​ຄວາມ​ປອດ​ໄພ​ດ້ານ​ຊັບ​ສິນ​ແລະ​ຊີ​ວິດ​ຂອງ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ຢ່າງ​ໜັກ​ໜ່ວງ ແລະ​ເປັນ​ການ​ຢຽບ​ຢ່ຳ​ກຽດ​ສັກ​ສີ​ຂອງ​ມະ​ນຸດ​ຢ່າງ​ໜັກ​ໜ່ວງ. ໂດຍ​ຜະ​ເຊີນ​ໜ້າ​ກັບ​ການ​ຂົ່ມ​ຂູ່​ຕົວ​ຈິງ​ຈາກ​ລັດ​ທິກໍ່​ການ​ຮ້າຍ​ແລະ​ລັດ​ທິ​ຫົວ​ຮຸນ​ແຮງ, ເຂດ​ຊິ່ນ​ຊ່ຽງ​ໄດ້​ນຳ​ໃຊ້​ມາດ​ຕະ​ການ​ອັນ​ເດັດ​ຂາດ ໂດຍ​ໄດ້​ດຳ​ເນີນ​ການ​ຕໍ່​ສູ້​ຕ້ານ​ລັດ​ທິກໍ່​ການ​ຮ້າຍ​ແລະເພື່ອຫຼຸດ​ພົ້ນ​ອອກ​ຈາກ​ລັດ​ທິ​ຫົວ​ຮຸນ​ແຮງ​ຕາມ​ກົດ​ໝາຍ, ໄດ້​ສະ​ກັດ​ກັ້ນ​​ທ່າອ່ຽງ​ທີ່​ພາ​ໃຫ້​ມີ​ການ​ເຄື່ອນ​ໄຫວກໍ່​ການ​ຮ້າຍ​ເລື້ອຍໆ​ຢ່າງ​ບັງ​ເກີດ​ຜົນ, ໄດ້​ປົກ​ປ້ອງ​ສິດ​ຢູ່​ລອດ, ສິດ​ພັດ​ທະ​ນາ ແລະ​ສິດ​ພື້ນ​ຖານ​ອື່ນໆ​ຂອງ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ໃຫ້ຫຼາຍ​ເທົ່າ​ທີ່​ຈະຫຼາຍ​ໄດ້.

ປຶ້ມ​ປົກ​ຂາວຍັງ​ລະ​ບຸ​ອີກວ່າ: ຈີນ​ແມ່ນ​ປະ​ເທດ​ສັງ​ຄົມ​ນິ​ຍົມ​ທີ່​ປົກ​ຄອງ​ຕາມ​ກົດ​ໝາຍ, ການ​ເຄົາ​ລົບ​ນັບ​ຖື​ແລະ​ປົກ​ປ້ອງ​ສິດ​ທິ​ມະ​ນຸດ ແມ່ນຫຼັກ​ການ​ຕາມ​ລັດ​ຖະ​ທຳ​ມະ​ນູນ​ຂອງ​ຈີນ. ການ​ຕໍ່​ສູ້​ຕ້ານ​ລັດ​ທິກໍ່​ການ​ຮ້າຍ​ແລະ​ເພື່ອຫຼຸດ​ພົ້ນ​ອອກ​ຈາກ​ລັດ​ທິຫົວ​ຮຸນ​ແຮງ​ຢູ່​ເຂດ​ຊິ່ນ​ຈ່ຽງ​ຂອງ​ຈີນ ແມ່ນ​ພາກ​ສ່ວນ​ສຳ​ຄັນ​ຂອງ​ການ​ຕໍ່​ສູ້​ຕ້ານ​ລັດ​ທິ​ກໍ່​ການ​ຮ້າຍ​ຂອງ​ປະ​ຊາ​ຄົມ​ໂລກ, ເຊິ່ງ​ສອດ​ຄ່ອງ​ກັບ​​ຈຸດ​ປະ​ສົງ​ແລະຫຼັກ​ການ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ການ​​ຕ້ານ​ລັດ​ທິກໍ່​ການ​ຮ້າຍ​ແລະ​ປົກ​ປ້ອງ​ສິດ​ທິ​ມະ​ນຸດ​ຂັ້ນ​ພື້ນ​ຖານ.