ທ່ານ​ວາງ​ຢີ້​ໃຫ້​ສຳ​ພາດ​ກ່ຽວ​ກັບທ່ານ​ສີ​ຈີ້ນ​ຜິງ​​ຈະ​ເດີນ​ທາງ​ຢ້ຽມ​ຢາມ​ປະ​ເທດ​ເອີ​ລົບ

2019-03-19 16:12:45 |ມາຈາກ: CRI

ວັນ​ທີ 18 ມີ​ນານີ້, ​ພາຍ​ຫລັງ​ພົບ​ປະ​ກັບ​ທ່ານ​ນາງ ​ເຟ​ເດ​ຣິ​ກາ ໂມ​ເກ​ຣິ​ນີ ຜູ້​​ຕາງ​ຫນ້າ​ຂັ້ນ​ສູງ​​ນະ​ໂຍ​ບາຍ​ຄວາມ​ໝັ້ນ​ຄົງ​ແລະ​ວຽກ​ງານການ​ຕ່າງ​ປະ​ເທດ​​ຂອງ​ສະ​ຫະ​ພາບ​ເອີ​ລົບແລ້ວ, ທ່ານ​ວາງຢີ້ ທີ່​ປຶກ​ສາ​ແຫ່ງ​ລັດ ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ວ່າ, ທ່ານປະ​ທານ​ສີ​ຈີ້ນ​ຜິງ​​ຈະ​ເດີນ​ທາງ​ຢ້ຽມ​ຢາມ​ຕ່າງ​ປະ​ເທດ​ຄັ້ງ​ທຳ​ອິດ​ໃນ​ປີນີ້ກໍ່​ໄດ້​ເລືອກ​ເອົາ​ເອີ​ລົບ,​ເຊິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ​ຈີນ​ໄດ້​ໃຫ້​ຄວາມ​ສຳ​ຄັນ​ຢ່າງ​ສູງ​ຕໍ່​ເອີ​ລົບ.

ທ່ານ​ວາງຢີ້ຊີ້​ອອກວ່າ, ການ​ພົວ​ພັນ​ກັບ​ຕ່າງ​ປະ​ເທດ​ຂອງ​ປະ​ມຸກ​ລັດ​ແມ່ນ​ມີ​ບົດ​ບາດ​ສຳ​ຄັນ​ໃນ​ການ​ນຳ​ພາ​ທາງ​ດ້ານ​ຍຸດ​ທະ​ສາດ​​ທີ່​ມີ​ຕໍ່​ສາຍ​ພົວ​ພັນ​ຈີນ-ເອີ​ລົບ. ​ການ​ຢ້ຽມ​ຢາມ​ເອີ​ລົບ​ຂອງທ່ານ​ປະ​ທານ​ສີ​ຈີ້ນ​ຜິງ​ຄັ້ງ​ນີ້​​ເປັນ​ການ​ສົ່ງ​ສັນ​ຍານ​ອັນ​​ຊັດ​ເຈນ​ແລະ​ຈະ​ແຈ້ງ, ​ເຖິງ​ວ່າ​ສະ​ຖາ​ນະ​ການ​ສາ​ກົນ​ຈະ​ຜັນ​​ແປ​ໄປ​ໃນ​ທິດ​ທາງ​ໃດ​ກໍ່​ຕາມ, ຈີນ​ກໍ່​ຖື​ສະ​ຫະ​ພາບ​ເອີ​ລົບ​ເປັນ​ຄູ່​ຮ່ວມ​ຍຸດ​ທະ​ສາດທີ່​ສຳ​ຄັນ, ​ແລະ​ຖື​​ສາຍ​ພົວ​ພັນ​ຈີນ-ເອີ​ລົບ​​ຢູ່​ໃນຖາ​ນະສຳ​ຄັນ​​ແລະ​ເປັນ​ບູ​ລິ​ມະ​ສິດ. ພວກ​ຂ້າ​ພະ​ເຈົ້າ​ຫວັງ​ວ່າ, ລະ​ດູ​ໃບ​ໄມ້​ປົ່ງ​ຂອງ​ປີ 2019 ຈະ​ກາຍ​ເປັນ​ “ລະ​ດູ​ອົບ​ອຸ່ນ”ຂອງ​ສາຍ​ພົວ​ພັນ​ຈີນ-ເອີ​ລົບ, ການ​ຮ່ວມ​ມື​ຈີນ-ເອີ​ລົບ​ຈະ“​ແຜ່​ຄື້ນ​ແຫ່ງ​ຄວາມ​ອົບ​ອຸ່ນ​”ໃຫ້​ແກ່​ໂລກໃນ​ປີ 2019.

ທ່ານ​ວາງຢີ້ກ່າວ​ວ່າ, ​ຫ​ນຶ່ງ, ການ​ຢ້ຽມ​ຢາມ​ຂອງ​ທ່ານ​ປະ​ທານ​ສີຈີ້ນ​ຜິງ​ຄັ້ງ​ນີ້​ແມ່ນ​​ເດີນ​ທາງ​ໄປ​ແຕ່​ສາມ​ປະ​ເທດ​ເອີ​ລົບ ແຕ່ກໍ່​ເປັນ​ການ​ມຸ້ງຫນ້າ​ສູ່​ທະ​ວີບ​ເອີ​ລົບ, ເຊິ່ງ​ຈະ​​ເປັນ​ການສະ​ໜອງ​ພະ​ລັງ​ແຮງ​ໃໝ່​​ໃນ​ການ​ຊຸກ​ຍູ້​ສາຍ​ພົວ​ພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບ​ດ້ານລະ​ຫວ່າງ​ຈີນ-​ເອີ​ລົບ. ສອງ, ຈະ​ເພີ່ມ​ຄວາມ​ຮັບ​ປະ​ກັນ​ດ້ານ​ຄວາມ​​ໝັ້ນ​ຄົງ​ໃຫ້​ແກ່​ການ​ປ່ຽນ​ແປງ​​ຂອງສາ​ກົນ​ໃນ​ປະ​ຈຸ​ບັນ, ນຳເອົາ​ດ້ານ​ບວກ​ມາ​ສູ່​ການ​ປົກ​ປ້ອງລັດ​ທິ​ຫຼາຍ​ຝ່າຍ. ສາມ, ຜ່ານ​ການ​ສ້າງ​ “ຫນຶ່ງ​ແລວ ​ຫນຶ່ງ​ເສັ້ນ​ທາງ”ທີ່ເຊື່ອມ​ຕໍ່​ກັບ​ຍຸດ​ທະ​ສາດ​ເຊື່ອມ​ໂຍງ​ເອີ​ລົບ​ອາ​ຊີ​ຂອງ​ສະ​ຫະ​ພາບ​ເອີ​ລົບ, ​ຈະ​ສາ​ມາດຊຸກ​ຍູ້​ການ​ເຊື່ອມ​