ທ່ານ​ສີ​ຈິ້ນຜິງ​ຈະ​​ຢ້ຽມ​ຢາມ​ອີ​ຕາ​ລີ, ​ໂມ​ນາ​ໂກ, ແລະ​ຝ​ຣັ່ງ

2019-03-19 16:15:07 |ມາຈາກ: CRI

ຕາມ​ຂ່າວ​ສານ​ຊີນ​ຮ​ວາ: ວັນ​ທີ 18 ມີ​ນານີ້, ທ່ານ​ລູ້​ຄ່າງ, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ຖະ​ແຫລງວ່າ, ​ເພື່ອ​ຕອບ​ສະ​ໜອງ​ຕາມ​ຄຳ​​ເຊື້ອເຊີນ​ຂອງ​ທ່ານ​​ເຊີ​ຈີ​ໂອ ມັດ​ຕາ​ເຣ​ລາ, ປະ​ທາ​ນາ​ທິ​ບໍ​ດີ​ສາ​ທາ​ລະ​ນະ​ລັດ​ອີ​ຕາ​ລີ, ສົມ​ເດັດ​ອາ​ເນ​ເບີດ ​ທີສອງ ປະ​ມຸກ​ລັດ​ນະ​ຄອນ​ລັດ​ໂມ​ນາ​ໂກ, ແລະ​ທ່ານ​​ມາ​ຄ​ຣອງ ປະ​ທາ​ນາ​ທິ​ບໍ​ດີ​ສາ​ທາ​ລະ​ນະ​ລັດ​ຝຣັ່ງ, ທ່ານ​ສີ​ຈິ້ນ​​ຜິງ ປະ​ທານ​ປະ​ເທດ​ຈີນ​ຈະ​ເດີນ​ທາງ​​ຢ້ຽມ​ຢາມ​ສາມ​ປະ​ເທດ​ດັ່ງ​ກ່າວ​ແຕ່​ວັນ​ທີ 21 ຫາ 26 ມີ​ນານີ້.