ເບຍລາວຂາຍດີໃນແຂວງຢຸນນານ

2019-03-19 17:21:55 |ມາຈາກ: Yunnan Gateway

ເບຍລາວເປັນຫນຶ່ງໃນສິບຂອງເບຍທີ່ມີຊື່ສຽງທີ່ສຸດໃນໂລກ,ເຊິ່ງເປັນຍີ່ຫໍ້ທີ່ຮ່ວມມືກັນຂອງລັດຖະບານລາວແລະ ຄາສເບີກ (Carlsberg),ເຊິ່ງໃຊ້ຊື່ປະເທດລາວເປັນຊື່ຍີ່ຫໍ້,ມີການຜະລິດທີ່ລະອຽດ,ລົດຊາດທີ່ເປັນເອກະລັກສະເພາະເຮັດໃຫ້ເບຍລາວຂາຍດີໃນແຂວງຢຸນນານ.

ສີບສອງພັນນາແລະປະເທດລາວມີພູຜາສາຍນ້ຳຕິດຈອດກັນ,ການພັດທະນາສິນຄ້າຕະຫຼາດການແລກປ່ຽນທີ່ຊາຍແດນໄດ້ເຮັດໃຫ້ພື້ນທີ່ແລະປະຊາຊົນຜູ້ທີ່ອາໄສຕາມເຂດຊາຍແດນໄດ້ຮັບຜົນປະໂຫຍດທີ່ດີ,ວັນທີ14 ເດືອນກຸມພາ,ບໍລິສັດຮັບຜິດຊອບສິນຄ້າຂາເຂົ້າຂາອອກຖາຍຢວນສີບສອງພັນນາຈຳກັດໄດ້ເຊັນສັນຍາກັບລັດຖະບານລາວເພື່ອເປັນຕົວແທນຈຳຫນ່າຍເບຍລາວໃນປະເທດຈີນ.

ພາຍໃຕ້ການດຳເນີນທຸລະກິດຂອງບໍລິສັດຮັບຜິດຊອບສິນຄ້າຂາເຂົ້າຂາອອກຖາຍຢວນສິບສອງພັນນາຈໍາກັດ,ຢູ່ຕິເບດ,ຊຽງໄຮ້,ກຸ້ຍໂຈແລະເມືອງອື່ນໆ, ເບຍລາວທີ່ມາຈາກໂຮງງານເບຍລາວນະຄອນຫລວງວຽງຈັນນຳເຂົ້າຈີນໂດຍຜ່ານດ່ານບໍ່ຫານ,ໄດ້ຮັບຄວາມສົນໃຈຫຼາຍໃນປະເທດຈີນ.

ປັດຈຸບັນ,ໃນແຂວງຢຸນນານຊື້ເບຍລາວແມ່ນສະດວກສະບາຍຫຼາຍ,“ໄດ້ຍິນຄົນຈີນເວົ້າວ່າເບຍລາວແຊບຫຼາຍ,ຂ້ອຍກໍຮູ້ສຶກດີໃຈຫຼາຍ.” ຈາກມຸມມອງຂອງຄົນລາວ ນາງຈີນນ້າເຫັນວ່າເບຍລາວຍັງເປັນຕົວແທນຂອງມິດຕະພາບລາວແລະຈີນ.

ໃນງານວາງສະແດງສິນຄ້າຈີນ-ອາຊີໃຕ້ທຸກປີ,ຜູ້ນໍາຂອງລາວທີ່ເຂົ້າມາຮ່ວມງານວາງສະແດງກໍ່ໄດ້ຍ່າງເຂົ້າມາຢ້ຽມຢາມຖາມຂ່າວຢ່າງເປັນກັນເອງທີ່ຮ້ານວາງສະແດງເບຍລາວຂອງບໍລິສັດຮັບຜິດຊອບສິນຄ້າຂາເຂົ້າຂາອອກຖາຍຢວນສີບສອງພັນນາຈຳກັດ,ເມື່ອເຫັນເບຍລາວໄດ້ຮັບຄວາມສົນໃຈຈາກຜູ້ບໍລີໂພກຈີນ,ຜູ້ນຳລາວກໍມີຄວາມເອກອ້າງທະນົງໃຈ.ການໄດ້ຮັບການຍອມຮັບຈາກຜູ້ນຳລາວ,ກໍເປັນລາງວັນແຫ່ງຄວາມພະຍາຍາມຂອງບໍລິສັດ.

ໃນຕອນເລີ່ມຕົ້ນ,ເບຍລາວໃນຈີນຂາຍບໍ່ດີປານໃດ.ໃນຕອນນັ້ນນອກຈາກສິບສອງພັນນາແລ້ວ,ໃນແຂວງກວາງຊີ,ເສສວນ,ປັກກິ່ງກໍ່ມີບໍລິສັດຕົວແທນຈຳໜ່າຍເບຍລາວ.ຜ່ານຄວາມພະຍາຍາມ,ບໍລິສັດຮັບຜິດຊອບສິນຄ້າຂາເຂົ້າຂາອອກຖາຍຢວນສິບສອງພັນນາຈຳກັດຈຶ່ງໄດ້ກາຍເປັນບໍລິສັດຕົວແທນຈຳໜ່າຍເບຍລາວດີເດັ່ນໃນຈີນ. ທ່ານ ເຖີງລີນຫ່າຍ ຜູ້ອຳນວຍການເວົ້າວ່າ:ປີກາຍນີ້ພວກເຮົາໄດ້ເປັນຕົວແທນຈຳໜ່າຍເບຍລາວທີ່ຈີນ,ໃນອະນາຄົດ,ພວກເຮົາຈະພັດທະນະຕະຫຼາດການຈຳໜ່າຍເບຍລາວໃນຈີນໃຫ້ນັບມື້ນັບກວ້າງຂຶ້ນ,ເຮັດໃຫ້ປະຊາຊົນໃນປະເທດຈີນບໍ່ໄປຮອດຕ່າງປະເທດກໍສາມາດດື່ມເບຍລາວໃນຈີນໄດ້.

ແຂວງຢຸນນານເປັນແຂວງທີ່ເບຍລາວໄດ້ຮັບການຈຳໜ່າຍຫຼາຍທີ່ສຸດໃນຈີນ.ຖ້າລົດໄຟຄວາມໄວສູງຈີນລາວເປີດໃຫ້ບໍລິການແລ້ວ,ຕົ້ນທຶນຄ່າຂົນສົ່ງທີ່ຫລຸດລົງ,ເວລາຂົນສົ່ງທີ່ໄວຂຶ້ນແລະຜົນປະໂຫຍດອື່ນໆຈະເພີ່ມປະລິມານການນຳເຂົ້າເບຍລາວຂອງຈີນ. ທ່ານ ເຖີງລີນຫ່າຍ ໄດ້ກ່າວດ້ວຍຄວາມຫມັ້ນໃຈ.