ກິດຈະກຳການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງປະຈຳປີ2019ແຂວງຢຸນນານ ແລະສັບປະດາແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໄດ້ເລີ່ມຕົ້ນແລ້ວ

2019-03-20 17:13:11 |ມາຈາກ: Yunnan Gateway


ວັນທີ18 ມີນາ,ກິດຈະກຳການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງປະຈຳປີ2019ແຂວງຢຸນນານແລະສັບປະດາແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໄດ້ເລີ່ມຕົ້ນຂຶ້ນທີ່ມະຫາວິທະຍາໄລຢຸນນານແລ້ວ.

ວັນທີ18 ຫາ24 ມີນາ ເປັນສັບປະດາແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຄັ້ງທີ2,ໃນລະຫວ່າງສັບປະດາແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງປີນີ້,6ປະເທດສະມາຊິກຈະສະເຫຼີມສະຫຼອງການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຄົບຮອບ3ປີຮ່ວມກັນ,ໂດຍຜ່ານກິດຈະກຳຕ່າງໆຄື: ການແລກປ່ຽນຊາວໜຸ່ມ,ງານວາງສະແດງຜົນສຳເລັດການຮ່ວມມື,ງານວາງສະແດງວັດທະນະທຳ,ເວທີປຶກສາຫາລືຄວາມຮູ້ແລະອື່ນໆ,ສະແດງມົນສະເໜ່ອັນເປັນເອກະລັກແລະຜົນສຳເລັດອັນຈົບງາມຂອງການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຢ່າງເຕັມທີ່.

ອີງຕາມຂ່າວສານ,ຫຼັງຈາກພິທີເປີດງານກິດຈະກຳສັບປະດາແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ,ໃນປີນີ້ມີກິດຈະກຳ30ກວ່າລາຍການທີ່ຈະຈັດຕໍ່ເນື່ອງໃນປີຄື: ກອງປະຊຸມປຶກສາຫາລືຄົ້ນຄວ້າການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ,ເວທີປຶກສາຫາລືການກໍ່ສ້າງເສັ້ນທາງພັດທະນາເສດຖະກິດລຸ່ມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງແລະອື່ນໆ.