ພາລະກິດການຮ່ວມລາດຕະເວນແລະປະຕິບັດກົດໝາຍທີ່ແມ່ນໍ້າຂອງຂອງປະເທດຈີນ, ລາວ,ມຽນມາ ແລະໄທ ຄັ້ງທີ 80 ເລີ່ມຕົ້ນ

2019-03-21 15:38:56 |ມາຈາກ: 云南日报

ໃນວັນທີ 19 ມີນາ, ພາລະກິດການຮ່ວມລາດຕະເວນແລະປະຕິບັດກົດໝາຍທີ່ແມ່ນໍ້າຂອງຂອງປະເທດຈີນ, ລາວ ,ມຽນມາ ແລະໄທ ຄັ້ງທີ 80 ໄດ້ເລີ່ມຕົ້ນຂຶ້ນທີ່ທ່າເຮືອຊຽງຮຸ່ງກິ່ງແຂວງສິບສອງພັນນາແຂວງຢຸນນານ.

ຕາມຮູ້ວ່າ, ທິມງານທີ່ປະກອບການຮ່ວມລາດຕະເວນແລະປະຕິບັດກົດໝາຍຄັ້ງນີ້ ແມ່ນຈະບັນຊາຮ່ວມກັນໂດຍຫົວໜ້າຄະນະຜູ້ແທນຂອງທັງ 4 ປະເທດດັ່ງກ່າວ. ປະຕິບັດການຄັ້ງນີ້ມີເວລາ 4 ມື້ 3 ຄືນ.

ທິມງານຈະປະຕິບັດການຕ່າງໆເປັນຕົ້ນແມ່ນ ການໂຄະສະນາຕ້ານຢາເສບຕິດ, ການໄປຢ້ຽມຢາມຮ່ວມກັນ, ເປີດການກວດກາຮ່ວມກັນຢ່າງເປີດເຜີຍໃນເຂດບໍລິເວນນໍ້າເຂດສາມຫຼ່ຽມຄໍາ ແລະ ໃນເບື້ອງລາວ.

ນັບແຕ່ປີ 2011 ກົນໄກການຮ່ວມມືດ້ານຄວາມປອດໄພການຮ່ວມລາດຕະເວນແລະປະຕິບັດກົດໝາຍທີ່ແມ່ນໍ້າຂອງຂອງປະເທດຈີນ, ລາວ, ມຽນມາ ແລະໄທ ໄດ້ເລີ່ມປະຕິບັດເປັນຕົ້ນມາແມ່ນໄດ້ປາບປາມ ແລະສ້າງເປັນກຳລັງຂົ່ມຂັວນຢ່າງແຮງຕໍ່ພວກກໍ່ອາດຊະຍາກຳລະເມີດກົດໝາຍທຸກປະເພດຢູ່ໃນບໍລິເວນແມ່ນໍ້າຂອງ, ໃຫ້ການບໍລິການທີ່ມີຜົນປະໂຫຍດຕໍ່ການພັດທະນາເສດຖະກິດສັງຄົມຂອງທຸກປະເທດໃນເຂດລຸ່ມແມ່ນໍ້າຂອງ, ໄດ້ໃຫ້ການບໍລິການແກ່ການກໍ່ສ້າງ”ໜຶ່ງແລວໜຶ່ງເສັ້ນທາງ” ແລະຕໍ່ຊີວິດການເປັນຂອງປະຊາຊົນຢູ່ຕາມແຄມຝັ່ງຂອງແມ່ນ້ຳຂອງ.