ຍອດ​ຈຳ​ນວນ​ນັກ​ສຶກ​ສາ​ໄປ​ຮຽນ​ຕໍ່​ຢູ່​ຕ່າງ​ປະ​ເທດ​ຂອງ​ຈີນ​ໃນ​ປີ 2018 ມີ​ເຖິງ 662.100 ຄົນ

2019-03-28 15:47:35 |ມາຈາກ: CRI

ຕົວ​ເລກ​ທີ່​ກະ​ຊວງ​ສຶ​ກສາ​ທິ​ການ​ຈີນ​ເປີດ​ເຜີຍ​ໃນ​ວັນ​ທີ 27 ມີ​ນາ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ, ຍອດ​ຈຳ​ນວນ​ນັກ​ສຶກ​ສາ​ໄປ​ຮຽນ​ຕໍ່​ຢູ່​ຕ່າງ​ປະ​ເທດ​ຂອງ​ຈີນ​ໃນ​ປີ 2018 ມີ​ເຖິງ 662.100 ຄົນ. ໃນ​ນັ້ນ, ທຶນ​ລັດ​ຖະ​ບານ​ມີ 30.200 ຄົນ, ທຶນ​ໜ່ວຍ​ງານ​ມີ​ເຖິງ 35.600 ຄົນ ແລະ ທຶນ​ສ່ວນ​ຕົວ​ມີ 596.300 ຄົນ.

ຕົວ​ເລກ​ຍັງ​ສະ​ແດງ​ໃຫ້​ເຫັນ​ວ່າ, ຍອດ​ຈຳ​ນວນ​ນັກ​ສຶກ​ສາ​ໄປ​ຮຽນ​ຕໍ່​ຢູ່​ຕ່າງ​ປະ​ເທດ​ທີ່​ໄດ້​ກັບ​ຄືນ​ປະ​ເທດ​ຈີນຫຼັງ​ຮຽນ​ຈົບ​ໃນ​ປີ 2018 ມີ​ເຖິງ 519.400 ຄົນ. ໃນ​ນັ້ນ, ທຶນ​ລັດ​ຖະ​ບານ​ມີ 25.300 ຄົນ, ທຶນ​ໜ່ວຍ​ງານ​ມີ 26.500 ຄົນ ແລະ ທຶນ​ສ່ວນ​ຕົວ​ມີ 467.600 ຄົນ.

ເມື່ອ​ທຽບ​ໃສ່​ຕົວ​ເລກ​​ຂອງ​ປີ 2017 ແລ້ວ​ເຫັນ​ວ່າ, ຈຳ​ນວນ​ນັກ​ສຶກ​ສາ​ໄປ​ຮຽນ​​ຕໍ່​ຢູ່ຕ່າງ​ປະ​ເທດ​ໄດ້​ເພີ່ມ​ຂຶ້ນ 53.700 ຄົນ ແລະ ຜູ້​ກັບ​ຄືນ​ປະ​ເທດ​ຫຼັງ​ຮຽນ​ຈົບໄດ້​ເພີ່ມ​ຂຶ້ນ 38.500 ຄົນ.