ໝາກອະງຸ່ນທີ່ສຸກແລ້ວຂອງເມືອງລາວເຊີງຢວນມົວກິ່ງແຂວງຊູຊົງ

2019-03-29 17:02:52 |ມາຈາກ: Yunnan Gateway

ວັນທີ 28 ມີນາ,ໃນສວນໝາກອະງຸ່ນທີ່ມີເນື້ອທີ່ສີບພັນມູ້ຂອງເມືອງລາວເຊີງຢວນມົວກິ່ງແຂວງຊູຊົງ,ໝາກອະງຸ່ນທີ່ສຸກແລ້ວ,ກິ່ນຫອມໝາກອະງຸ່ນໃນສວນເຮັດໃຫ້ຄົນທີ່ມາແລ້ວບໍ່ຢາກກັບ.ໝາກອະງຸ່ນນີ້ຈະຖືກຫຸ້ມຫໍ່ແລະຈັດຈຳໜ່າຍໄປທຸກເຂດແຂວງ.

ອີງຕາມການລາຍງານ,ການພັດທະນາຂະແໜງການປູກໝາກອະງຸ່ນຂອງເມືອງລາວເຊີງມີປະຫວັດສາດມາ 20ກວ່າປີແລ້ວ,ໃນປັດຈຸບັນ, ມີໝາກອະງຸ່ນ20ກວ່າຊະນິດ,ເຊິ່ງເປັນຂະແໜງການສຳຄັນທີ່ມີລັກສະນະພິເສດຂອງທ້ອງຖິ່ນ,ເພື່ອໃຫ້ຜູ້ປູກ70ກວ່າຄົວເຮືອນມີລາຍຮັບທີ່ດີຂຶ້ນ.

ຂະແໜງການໝາກອະງຸ່ນມີການພັດທະນາດີຂຶ້ນຫຼາຍ,ທັງຍັງຊຸກຍູ້ການພັດທະນາຂະແໜງການພັກຜ່ອນທ່ຽວຊົມສວນກະສິກຳຂອງທ້ອງຖິ່ນ.ຢູ່ສະຖານທີ່ສາທິດການທ່ອງທ່ຽວຊົນນະບົດ--“ສວນໝາກອະງຸ່ນເມືອງລາວເຊີງເຂດຊົມສວນກະສິກຳທ່ອງທ່ຽວທັນສະໄຫມທີ່ເປັນເອກະລັກ”,ເມື່ອຮອດເທດສະການໝາກອະງຸ່ນສຸກ,ນັກທ່ອງທ່ຽວຈຳນວນຫລວງຫຼາຍໄດ້ມາທ່ອງທ່ຽວແລະເກັບໝາກອະງຸ່ນ.