ການ​ຢ້ຽມຢາມ​ຕ່າງປະ​ເທດ​ຄັ້ງ​ທຳ​ອິດ​ໃນ​ປີ​ນີ້, ທ່ານ​ສີຈິ້ນ​ຜິ​ງ​ໄດ້​ເປັນ​ສັກຂີ​ພິຍານ​ໃນ​ຫຼາຍ​ເຫດການ “ຄັ້ງ​ທຳ​ອິດ”

2019-03-29 17:24:01 |ມາຈາກ: CRI

ນັບ​ແຕ່​ວັນ​ທີ 21 ຫາ​ວັນ​ທີ 26 ມີນາ​ນີ້, ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ໄດ້​ເດີນທາງ​ຢ້ຽມຢາມ​ທາງ​ລັດຖະກິດ​ຕາມ​ການ​ເຊື້ອ​ເຊີນ​ຂອງ​ປະມຸກ​ລັດ​ອີ​ຕາ​ລີ, ​ໂມ​ນາ​ໂກ ​ແລະ​ຝຣັ່ງ, ​ແລະ​ເປັນ​ການ​ເດີນ​ທາງ​ຢ້ຽມຢາມ​ປະ​ເທດ​ເອີຣົບຄັ້ງທຳ​ອິດ​ໃນ​ປີ​ນີ້​ຂອງ​ຜູ້ນຳ​ສູງ​ສຸດ​ຈີນ. ​ໃນ​ໄລຍະ​ຢູ່​ຢ້ຽມຢາມ, ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ໄດ້​​ເຂົ້າ​ຮ່ວມ​ເປັນ​ສັກຂີ​ພິຍານ​ໃນ​ເຫດການ​ສຳຄັນ “ຄັ້ງ​ທຳ​ອິດ” ຫຼາຍ​ຄັ້ງ ​ເຊັ່ນ:

ອີ​ຕາ​ລີ​ເປັນ​ປະ​ເທດ​ທຳ​ອິດ​ໃນ​ກຸ່ມ 7 ປະ​ເທດ ຫຼື G7 ທີ່​ເຂົ້າ​ຮ່ວມ​ຂໍ້​ລິ​ເລີ່​ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ”.

ສົ່ງ​ວັດຖຸບູຮານ​ຈີນ​ໃນ​ປະ​ເທດ​ອີ​ຕາ​ລີ 796 ອັນ​ກັບ​ຄືນ​ສູ່​ຈີນ.

ປະທານ​ປະ​ເທດ​ຈີນ​ຢ້ຽມຢາມ​ໂມ​ນາ​ໂກ​ເປັນ​ຄັ້ງທຳ​ອິດ.

ຮັບ​ປຶ້ມ “ລຸນ​ຢວີ” ຫຼື “ຄຳ​ພີ​ຈະລິ​ຍະ​ວັດ​ຂອງ​ຂົງຈື້” ສະບັບ​ພາສາ​ຝຣັ່ງ​ເປັນ​ຄັ້ງ​ທຳ​ອິດ.

ຈີນ ​ແລະ ຝຣັ່ງຈັດ​ເວທີ​ປຶກສາ​ຫາລື​ການ​ບໍລິຫານ​ໂລກ ​ແລະ “ກາ​ນພົບ​ປະ​ສີ່​ຝ່າຍ” ຄັ້ງ​ທຳ​ອິດ ​ແລະ​ອື່ນໆ.

ການ​ເດີນທາງ​ຢ້ຽມຢາມ​ປະ​ເທດ​​ເອີຣົບຄັ້ງ​ນີ້​ຂອງ​ທ່ານ​ສີ​ຈິ້ນ​ຜິ​ງສະ​ແດງ​​ໃຫ້​ເຫັນ​ວ່າ ຈີນ ​ແລະ​​ເອີຣົບພວມ​ຕັ້ງໜ້າ​ສ້າງສາ​ຍພົວພັນ​ຄູ່​ຮ່ວມ​ມື 4 ດ້ານ​ສຳຄັນ ຄື: ສັນຕິພາບ, ການ​ເຕີ​ບ​ໂຕ, ການ​ປະຕິ​ຮູບ ​ແລະ​ຄວາມ​ສິວິ​ໄລ.