ສຳເລັດການເຈາະອຸມົງບໍ່ເຕັນຂອງເສັ້ນທາງລົດໄຟຈີນ-ລາວ

2019-04-01 18:51:09 |ມາຈາກ: Yunnan Gateway

ໃນມື້ມໍ່ໆມານີ້, ການເຈາະອຸມົງ​ບໍ່​ເຕັນຂອງເສັ້ນ​ທາງ​ລົດ​ໄຟຈີນ​-ລາວໄດ້ດຳເນີນ​ຢ່າງ​ສຳ​ເລັດ​ຜົນ, ເຊິ່ງອຸມົງແຫ່ງດັ່ງກ່າວໄດ້ເຈາະສຳ​ເລັດ​​ກ່ອນ​ແຜນການກຳນົດ 7 ​ເດືອນ​, ​ມີ​ລວງຍາວ​ທັງ​ໝົດ 6453,5 ​ແມັດ, ໂດຍແມ່ນກຸ່ມ​ບໍລິສັດເສັ້ນ​ທາງ​ລົດ​ໄຟ​ຈີນ​ເລກ 5 ຈຳກັດເປັນຜູ້ຮັບຜິດຊອບໃນການກໍ່ສ້າງ,ອຸມົງແຫ່ງນີ້​​ແມ່ນ​ໜຶ່ງ​ໃນ​ອຸມົງ​ໃຫຍ່ 10 ​ແຫ່ງຕາມ​ເສັ້ນທາງ​ລົດ​ໄຟ​ຈີນ​-ລາວທີ່ມີ​ຄວາມຍາວຫລາຍກວ່າ 5 ກິ​ໂລ​ແມັດ.

ເສັ້ນທາງລົດໄຟຈີນ​-ລາວຈາກເໜືອນັບແຕ່ດ່ານບໍ່ເຕັນຊາຍແດນຈີນລາວຮອດນະຄອນຫລວງວຽງຈັນປະເທດລາວ,ເສັ້ນທາງມີຄວາມຍາວທັງຫມົດ 414 ກິ​ໂລ​ແມັດ,ໃຊ້ມາດຕະຖານເຕັກນິກແລະອຸປະກອນຂອງຈີນ,ການກໍ່ສ້າງເລີ່ມຕົ້ນໃນເດືອນ ທັນວາ ປີ 2016 ແລະ ກໍານົດເປີດນຳໃຊ້ໃນເດືອນ ທັນວາ ປີ 2021.