ຈີນ​ເປີດ​ເຜີຍ​ອາ​ຊີບ​ໃໝ່ 13 ​ປະ​ເພດ

2019-04-04 17:51:08 |ມາຈາກ: CRI

ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ກະ​ຊວງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ແລະ​ປະ​ກັນ​ສັງ​ຄົມ​ຈີນ, ອົງ​ການ​ຕິດ​ຕາມ​ຄຸ້ມ​ຄອງ​ຕະຫຼາດ​ແຫ່ງ​ຊາດ​ຈີນແລະ​ອົງ​ການ​ສະ​ຖິ​ຕິ​ແຫ່ງ​ຊາດ​ຈີນ​ໄດ້​ເປີດ​ເຜີຍ​ຂໍ້​ມູນ​ອາ​ຊີບ​ໃໝ່ 13 ​ປະ​ເພດ. ນີ້​ຄື​ການ​ປະ​ກາດ​ອາ​ຊີບ​ໃໝ່​ຊຸດ​ທຳ​ອິດ​ນັບ​ແຕ່​ບັນ​ຊີ​ປະ​ເພດ​ອາ​ຊີບ​ ສ​ປ ຈີນ​ສະ​ບັບ ປີ 2015 ພິມ​ຈຳ​ໜ່າຍ​ເປັນ​ຕົ້ນ​ມາ.

ອາ​ຊີບ​ໃໝ່ 13 ປະ​ເພດປະ​ກອບ​ມີ: ນັກ​ວິ​ສະ​ວະ​ກຳ​ປັນ​ຍາ​ປະ​ດິດ, ນັກ​ວິ​ສະ​ວະ​ກຳ​ອິນ​ເຕີ​ເນັດດ້ານ​ວັດ​ຖຸ,ນັກ​ວິ​ສະ​ວະ​ກຳ​ຂໍ້​ມູນ​ໃຫຍ່, ນັກ​ວິ​ສະ​ວະ​ກຳ Cloud Computing, ຜູ້​ຄຸ້ມ​ຄອງ​​ດິ​ຈິຕອນ, ນັກ​ວິ​ຊາ​ການ​ສ້າງ​ແບບ​ຈຳ​ລອງ​ຂໍ້​ມູນ​​ສິ່ງ​ກໍ່​ສ້າງ, ຜູ້​​ທຸ​ລະ​ກິດກິ​ລາ​ເອ​ເລັກ​ໂຕ​ຣ​ນິກ(Electronic Sports), ນັກ​ກິ​ລາ​ເອ​ເລັກ​ໂຕ​ຣ​ນິກ,ຜູ້​ບັນ​ຊາ​ເຮືອ​ບິນ​ບໍ່​ມີ​ຄົນ​ຂັບ, ​ຜູ້​​ຈັດການ​ດ້ານ​ກະ​ສິ​ກຳ, ຜູ້​ຕິດ​ຕັ້ງ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ​ດ້ານ​ວັດ​ຖຸ, ຜູ້​ບັນ​ຊາ​ລະ​ບົບ​ຫຸ່ນ​ຍົນ​ອຸດ​ສາ​ຫະ​ກຳ​ແລະຜູ້​ຮັກ​ສາ​ລະ​ບົບ​ຫຸ່ນ​ຍົນ​ອຸດ​ສາ​ຫະ​ກຳ.