ທ່ານ​ສີ​ຈິ້ນ​ຜິງ​ຮຽກ​ຮ້​ອງ​ໃຫ້​ພາກ​ສ່ວນ​ວຽກ​ງານ​ປະ​ຊາ​ສົງ​ເຄາະ​ເອົາ​ໃຈໃສ່​ວຽກ​ງານຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ, ກຸ່ມ​ຄົນ​ດ້ອຍ​ໂອ​ກາດ ແລະ ຄວາມ​ສົນ​ໃຈ​ຂອງ​ປະ​ຊາ​ຊົນ

2019-04-04 17:52:20 |ມາຈາກ: CRI

ກອງ​ປະ​ຊຸມ​ວຽກ​ງານ​ປະ​ຊາ​ສົງ​ເຄາະ​ທົ່ວ​ປະ​ເທດ​ຈີນ​ຄັ້ງ​ທີ 14 ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ​ໃນ​ວັນ​ທີ 2 ເມ​ສາ​ນີ້ ໂດຍ​ໄດ້​ເຜີຍ​ແຜ່ທິດ​ຊີ້​ນຳ​ສຳ​ຄັນ​ຕໍ່​ວຽກ​ງານ​ປະ​ຊາ​ສົງ​ເຄາະ​ຂອງ​ທ່ານ​ສີ​ຈິ້ນ​ຜິງ. ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ວ່າ, ໃນຫຼາຍ​ປີ​ມາ​ນີ້, ລະ​ບົບ​ວຽກ​ງານ​ປະ​ຊາ​ສົ​ງ​ເຄາະ​ໄດ້​ຈັດ​ຕັ້ງ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ຂອງ​ສູນ​ກາງ​ຢ່າງ​ແທ້​ຈິງ, ໄດ້​ປະ​ຕິ​ຮູບ, ​ໄດ້​ສູ້​ຊົນ​ຜ່ານ​ຜ່າ, ວຽກ​ງານ​ທຸກ​ດ້ານ​ໄດ້​ມີ​ຄວາມ​ຄືບ​ໜ້າ​ໃໝ່ ແລະ ຮັບ​ໃຊ້​ພາ​ລະ​ກິດ​ປະ​ຕິ​ຮູບ​ແລະ​ພັດ​ທະ​ນາ​ປະ​ເທດ​ໄດ້​ເປັນ​ຢ່າງ​ດີ.

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ຕື່ມ​ວ່າ, ວຽກ​ງານ​ປະ​ຊາ​ສົງ​ເຄາະ​ພົວ​ພັນ​ເຖິງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ ແລະ ປະ​ຊາ​ຊົນ​ໃຫ້​ຄວາມ​ສົນ​ໃຈຫຼາຍ, ແມ່ນ​ວຽກ​ງານ​ພື້ນ​ຖານ​ໃນ​ການ​ພັດ​ທະ​ນາສັງ​ຄົມ. ຄະ​ນະ​ພັກ​ແລະ​ອຳ​ນາດ​ການ​ປົກ​ຄອງ​ທຸກ​ຂັ້ນ​ຕ້ອງ​ຍຶດ​ໝັ້ນ​ໂດຍ​ຖື​ເອົາປະ​ຊາ​ຊົນ​ເປັນ​ໃຈ​ກາງ, ເພີ່ມ​ທະ​ວີ​ການ​ນຳ​ພາ​ຕໍ່​ວຽກ​ງານ​ປະ​ຊາ​ສົງ​ເຄາະ, ເພີ່ມ​ຄວາມ​ສາ​ມາດ​ບໍ​ລິ​ການ​ວຽກ​ງານ​ປະ​ຊາ​ສົງ​ເຄາະ​ຂັ້ນ​ຮາກ​ຖານ ເພື່​ອ​ຊຸກ​ຍູ້​ໃຫ້​ພາ​ລະ​ກິດ​ປະ​ຊາ​ສົງ​ເຄາະ​ພັດ​ທະ​ນາ​ຢ່າງ​ຕໍ່​ເນື່ອງ​ແລະ​ປອດ​ໃສ. ພາກ​ສ່ວນ​ປະ​ຊາ​ສົງ​ເຄາະ​ທຸກ​ຂັ້ນ​ຕ້ອງ​ເພີ່ມ​ທະ​ວີ​ການ​ກໍ່​ສ້າງ​ພັກ, ຍຶດ​ໝັ້ນ​ການ​ປະ​ຕິ​ຮູບ​ແລະ​ປະ​ດິດ​ສ້າງ​ໃໝ່, ສຸມ​ໃສ່​ວຽກ​ງານຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ, ສຸມ​ໃສ່​ກຸ່ມ​ຄົນ​ດ້ອຍ​ໂອ​ກາດ, ສຸມ​ໃສ່​​ໃນ​ສິ່ງ​ທີ່​ປະ​ຊາ​ຊົນ​ໃຫ້​ຄວາມ​ສົນ​ໃຈ, ປະ​ກອບ​ສ່ວນ​ໃໝ່​ເພື່ອ​ສ້າງ​ສັງ​ຄົມ​ທີ່​ອີ່ມ​ໜຳ​ສຳ​ລານ​ຢ່າງ​ຮອບ​ດ້ານ ແລະ ສ້າງ​ປະ​ເທດ​ສັງ​ຄົມ​ນິ​ຍົມທີ່​ທັນ​ສະ​ໄໝ​ຢ່າງ​ຮອບ​ດ້ານ.