ຫຼາຍຮ້ອຍມາດຕາການສົ່ງເສີມການເປີດກວ້າງລະດັບສູງໃນຢຸນນານ

2019-04-09 17:48:02 |ມາຈາກ: 云南日报

ໃນປັດຈຸບັນ,ປະເທດຈີນກຳລັງໃຊ້ຫຼາຍມາດຕາການເພື່ອຊຸກຍູ້ການເປີດປະຕູສູ່ພາຍນອກໃນທຸກດ້ານ.ຄະນະພັກແຂວງຢຸນນານແລະອຳນາດການປົກຄອງແຂວງຢຸນນານຊຸກຍູ້ຢຸນນານບັນລຸການເປີດກວ້າງລະດັບສູງໃນຫລາຍມິຕິ,ໃນນັ້ນ,ຄະນະພັກແຂວງຢຸນນານແລະອຳນາດການປົກຄອງແຂວງຢຸນນານສະໜັບສະໜູມທຸກປະເທດຮ່ວມມືກັນກໍ່ສ້າງສວນຕ່າງປະເທດໃນດ້ານການຮ່ວມມືພະລັງງານສາກົນ.

ເຂດເສດຖະກິດກວມລວມໄຊເຊດຖານະຄອນຫຼວງວຽງຈັນ,ເຊິ່ງຮ່ວມມືພັດທະນາແລະກໍ່ສ້າງໂດຍກຸ່ມບໍລິສັດກໍ່ສ້າງແລະລົງທຶນແຂວງຢຸນນານກັບອຳນາດການປົກຄອງນະຄອນຫລວງວຽງຈັນປະເທດລາວ, ເປັນໂຄງການຮ່ວມມືລະດັບຊາດລະຫວ່າງລັດຖະບານສອງປະເທດຈີນ-ລາວ ແລະ ເປັນເຂດຮ່ວມມືເສດຖະກິດການຄ້າຢູ່ຕ່າງປະເທດພຽງໜຶ່ງດຽວຂອງຈີນໃນປະເທດລາວ.

ເດືອນ ມີນາ ປີນີ້,ທ່ານ ບຸນຍັງ ວໍລະຈິດ ປະທານປະເທດແຫ່ງ ສປປ ລາວ ໄດ້ລົງຢ້ຽມຢາມເຂດໄຊເຊດຖາ, ທ່ານຫວັງໃຫ້ສ້າງເຂດເສດຖະກິດກວມລວມໄຊເຊດຖາໃຫ້ກາຍເປັນເຂດພັດທະນາສີຂຽວ, ຍືນຍົງ ແລະ ຮຸ່ງເຮືອງ.

ການເປີດກວ້າງໄດ້ນໍາຄວາມກ້າວຫນ້າແລະການຮ່ວມມືໃນອະນາຄົດ.ໃນປັດຈຸບັນ,ແຂວງຢຸນນານກັບບັນດາປະເທດອາຊີໃຕ້ແລະປະເທດອາຊີອາຄະເນ,ກໍ່ສ້າງເວທີກົນໄກການຮ່ວມມືສອງຝ່າຍແລະຫຼາຍຝ່າຍໃນຫລາຍລະດັບ.ເວທີແລະກົນໄກການຮ່ວມມືທີ່ກ່ຽວຂ້ອງກໍ່ຊຸກຍູ້ການສ້າງສາຮ່ວມມືແລະບັນລຸຄວາມເຫັນເປັນເອກະພາບທີ່ທຸກຝ່າຍມີຜົນປະໂຫຍດຮ່ວມກັນ.