ການກະກຽມງານວາງສະເເດງສິນຄ້າອາຊີໃຕ້-ອາຊີອາຄະເນ ເເລະ ກອງປະຊຸມປຶກສາຫາລືດ້ານການຄ້າການລົງທຶນປີ 2019 ເປັນໄປຢ່າງສະດວກ

2019-04-09 17:52:44 |ມາຈາກ: 云南日报

ອີງຕາມຂໍ້ມູນ,ງານວາງສະເເດງສິນຄ້າອາຊີໃຕ້-ອາຊີຕາເວັນອອກສຽງໃຕ້ ເເລະ ກອງປະຊຸມປຶກສາຫາລືດ້ານການຄ້າການລົງທຶນປີ2019ຈະເປີດໃນວັນທີ 12-18 ມິຖຸນາ ທີ່ນະຄອນຄຸນໝິງ,ງານວາງສະແດງຄັ້ງນີ້ມີຫົວຂໍ້“ຮ່ວມກັນເປີດກວ້າງສູ່ອານາຄົດ,ຮ່ວມການກໍ່ສ້າງສູນກະຈາຍ,ຮ່ວມແບ່ງປັນການພັດທະນາແລະຮຸ່ງເຮືອງ”.

ໃນປັດຈຸບັນ,ການກະກຽມງານວາງສະເເດງສິນຄ້າອາຊີໃຕ້-ອາຊີຕາເວັນອອກສຽງໃຕ້ ເເລະ ກອງປະຊຸມປຶກສາຫາລືດ້ານການຄ້າການລົງທຶນປີ2019ເປັນໄປຢ່າງສະດວກ,ວຽກງານແຕ່ລະດ້ານດຳເນີນຢ່າງມີລະບຽບແບບແຜນ.

ງານວາງສະເເດງສິນຄ້າອາຊີໃຕ້-ອາຊີຕາເວັນອອກສຽງໃຕ້ ເເລະ ກອງປະຊຸມປຶກສາຫາລືດ້ານການຄ້າການລົງທຶນປີ2019ຄັ້ງນີ້ມີຫໍວາງສະແດງ 17 ຫໍ,ເນື້ອທີ່ໃນການວາງສະແດງປະມານ 170000 ຕາແມັດ,ມີຮ້ານວາງສະແດງມາດຕະຖານປະມານ 7500 ຮ້ານ.ໃນຫໍວາງສະແດງ 17 ຫໍມີຫໍທີ່ໄດ້ຮັບການກໍ່ສ້າງເປັນຫໍທຳອິດເຊິ່ງມີຫໍການຮ່ວນມືລົງທຶນ“ໜຶ່ງແລວ ໜຶ່ງເສັ້ນທາງ”,ຫໍພະລັງງານສີຂຽວ,ຫໍໝາກກໍ່ແລະຊາ.

ງານວາງສະເເດງສິນຄ້າອາຊີໃຕ້-ອາຊີຕາເວັນອອກສຽງໃຕ້ ເເລະ ກອງປະຊຸມປຶກສາຫາລືດ້ານການຄ້າການລົງທຶນປີ2019ຄັ້ງນີ້ຈະດຳເນີນການເຄື່ອນໄຫວ 14 ກິດຈະກຳເຊິ່ງລວມມີ ເວທີການຮ່ວມມືຈີນ-ອາຊີໃຕ້ຄັ້ງທີສອງ,ສັບປະດາສິລະປະອາຊີໃຕ້ແລະອາຊີອາຄະເນ-ຈີນ ປີ2019,ກິດຈະກຳການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງປະຈຳປີ2019ແລະອື່ນໆ.