ວັນທີ 9 ເມສານີ້, ພິທີສ້າງຕັ້ງສະຖາບັນຄົ້ນຄວ້າອາຟຣິກາຂອງຈີນໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ ສປ ຈີນ. ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ສົ່ງສານສະແດງຄວາມຊົມເຊີຍຢ່າງສຸດໃຈຕໍ່ສະຖາບັນດັ່ງກ່າວທີ່ໄດ້ຮັບການສ້າງຕັ້ງຂຶ້ນ.
ທ່ານສີຈິ້ນຜິງ ກ່າວວ່າ, ໂລກປັດຈຸບັນພວມຜະເຊີນກັບສະພາບການປ່ຽນແປງໃຫຍ່ທີ່ບໍ່ເຄີຍພົບໃນຮອບຮ້ອຍປີ, ຈີນໃນຖານະເປັນປະເທດພວມພັດທະນາໃຫຍ່ທີ່ສຸດໃນໂລກ, ອາຟຣິກາໃນຖານະເປັນທະວີບທີ່ມີປະເທດພວມພັດທະນາຫຼາຍທີ່ສຸດໃນໂລກ, ປະຊາຊົນສອງຝ່າຍມີມິດຕະພາບທີ່ເປັນມູນເຊື້ອມາແຕ່ບູຮານນະການ, ພາຍໃຕ້ສະຖານະການໃໝ່, ຈີນແລະອາຟຣິກາໄດ້ລົງເລິກມິດຕະພາບທີ່ມີມູນເຊື້ອ, ເຮັດໃຫ້ການແລກປ່ຽນແລະຮ່ວມມືແໜ້ນແຟ້ນກວ່າເກົ່າ, ຊຸກຍູ້ການຖອດຖອນບົດຮຽນເຊິ່ງກັນແລະກັນລະຫວ່າງອາລະຍະທຳ, ບໍ່ພຽງແຕ່ສ້າງຄວາມຜາສຸກໃຫ້ແກ່ປະຊາຊົນທັງສອງຝ່າຍເທົ່ານັ້ນ, ຍັງຈະເປັນການປະກອບສ່ວນໃຫຍ່ກວ່າເກົ່າໃຫ້ແກ່ພາລະກິດສັນຕິພາບແລະການພັດທະນາຂອງໂລກ.
ທ່ານສີຈິ້ນຜິງ ກ່າວວ່າ, ໃນກອງປະຊຸມສຸດຍອດປັກກິ່ງຂອງເວທີປຶກສາຫາລືການຮ່ວມມືຈີນແລະອາຟຣິກາທີ່ຈັດຂຶ້ນໃນປີ 2018, ຈີນແລະອາຟຣິກາເປັນເອກະພາບກັນຕົກລົງສ້າງປະຊາຄົມຮ່ວມຊາຕາກຳຈີນອາຟຣິກາທີ່ແໜ້ນແຟ້ນກວ່າເກົ່າ, ແລະປະຕິບັດ “8 ຂໍ້ລິເລີ່ມສຳຄັນ” ດ້ານການຮ່ວມມືລະຫວ່າງຈີນກັບອາຟຣິກາ. ການທີ່ສ້າງຕັ້ງສະຖາບັນຄົ້ນຄວ້າອາຟຣິກາຂອງຈີນແມ່ນມາດຕະການສຳຄັນໃນຂໍ້ລິເລີ່ມແລກປ່ຽນວັດທະນະທຳ.