ທ່ານຫຼີ​ເຄີ້ສຽງ ​ແລະ ຜູ້ນຳ​ສະຫະພາບ​ເອີຣົບ​ເຂົ້າຮ່ວມ​ພິທີ​ຖະ​ແຫຼງຂ່າວ

2019-04-10 16:58:12 |ມາຈາກ: CRI

ຕອນ​ບ່າຍ​ວັນ​ທີ 9 ​ເມສາ​ນີ້​ຕາມ​ເວລາ​ທ້ອງ​ຖິ່ນ, ທ່ານຫຼີ​ເຄີ້ສຽງ ນາຍົກລັດຖະມົນຕີຈີນ ​ແລະ ທ່ານ​ໂດ​​ໂນ ​ແຟຣງຊີ​ສ​ເຊັກ ຕູ​ສ ປະທານ​ສະພາ​ມົນຕີ​ເອີຣົບ, ທ່ານ ​ຢອງ ຄລູດ​ເດີ ຢູນ​ເກີ ປະທານຄະນະ​ກຳມາ​ທິການ​ສະຫະພາບ​ເອີຣົບ ​ໄດ້​ເຂົ້າຮ່ວມ​ພິທີ​ຖະ​ແຫຼງຂ່າວ ຫຼັງຈາກ​ສິ້ນ​ສຸດ​ການ​ພົບ​ປະລະ​ຫວ່າງຜູ້ນຳ​ຈີນ-ສະຫະພາບ​ເອີຣົບຄັ້ງທີ 21 ​ແລະ ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ.

ສອງ​ຝ່າຍ​ໄດ້​​ເປີດ​ເຜີຍ​ຜົນ​ການ​ພົບ​ປະ​ກັນ​ຄັ້ງນີ້ ​ແລະ ​ເປັນ​ເອກະ​ພາບ​ກັນ​ເຫັນ​ວ່າ: ​ໃນ​ສະຖານະ​ການ​ສາກົນ​ໃນ​ປັດຈຸບັນ, ຈີນ ​ແລະ ສະຫະພາບ​ເອີຣົບ​ໃນ​ຖານະ​ເປັນສອງກຳລັງ​​ໃຫຍ່ຫຼວງທີ່ສຳຄັນ​ໃນ​ການ​ປົກ​ປັກ​ຮັກສາ​ສັນຕິພາບ, ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ ​ແລະ ການ​ພັດທະນາ​ຂອງ​ໂລກ ຄວນ​ຮ່ວມ​ມື​ກັນ ​ແລະ ​ເປີດ​ກວ້າງ​ຜົນ​ປະ​ໂຫຍ​ດຮ່ວມກັນ ​ເພື່ອ​ໃຫ້​ປະຊາຊົນ​ສອງ​ຝ່າຍ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ. ສອງ​ຝ່າຍ​​ໄດ້​ເປັນ​ເອກະ​ພາບ​ກັນ​ກ່ຽວ​ກັບ​ຖະ​ແຫຼງການ​ຮ່ວມ​ຂອງ​ການ​ພົບ​ປະກັນ​ລະຫວ່າງ​ຜູ້ນຳ​ສອງ​ຝ່າຍຄັ້ງນີ້ ​ໂດຍ​ຜ່ານ​ການ​ແລກປ່ຽນ​ຄວາມ​ຄິດ​ເຫັນ​ແລະ​ປຶກສາ​ຫາລື​ກັນ​ຢ່າງ​ເລິກ​ເຊິ່ງບົນ​ພື້ນຖານ​ເຄົາລົບ​ເ​ຊິ່ງກັນ​ແລະ​ກັນ ​ແລະ ປຶກສາ​ຫາລື​ກັນ​ຢ່າງສະ​ເໝີ​ພາບ​ ​ເຊິ່ງ​ເປັນ​ໝາກຜົນ​ຮ່ວມ​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ.

ທ່ານຫຼີ​ເຄີ້ສຽງ ກ່າວ​ວ່າ: ການ​ພົບ​ປະກັນ​ຄັ້ງນີ້​ໄດ້​ຮັບ​ຜົນ​ສຳ​ເລັດຢ່າງຫຼວງຫຼາຍ, ​ໄດ້​ບັນລຸ​ຄວາມ​ຮັບ​ຮູ້​ທີ່​ສຳຄັນ​ໃນ​ບັນຫາ​ຕ່າງໆ ​ເຊັ່ນ: ການ​ລົງ​ເລິກ​ສາຍ​ພົວພັນ​ຄູ່​ຮ່ວມ​ລະຫວ່າງ​ສອງ​ຝ່າຍ​ໃນ 4 ດ້ານ ຄື: ​ດ້ານສັນຕິພາບ, ດ້ານການ​ເຕີບ​ໂຕ, ດ້ານການ​ປະຕິ​ຮູບ ​ແລະ ດ້ານອາລະຍະ​ທຳ, ການ​ປົກ​ປ້ອງລັດທິຫຼາຍຝ່າຍ​ແລະ​ການ​ຄ້າ​ເສລີ, ​ການເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການ​ປະດິດ​ສ້າງ​ໃໝ່​ທາງ​ດ້ານ​ວິທະຍາສາດ​ເຕັກນິກ, ການຊຸກຍູ້​ການ​ເຈລະຈາ​ສັນຍາ​ການ​ລົງທຶນ-ການ​ຄ້າ​ຈີນ-ສະຫະພາບ​ເອີຣົບ​ແລະ​ສັນຍາ​ແຫຼ່ງກຳ​ເນີ​ດຂອງ​ຜົນ​ຜະລິດ, ການ​ເປີດ​ກວ້າງ​ການ​ອະນຸມັດໃຫ້​ເຂົ້າ​ເຖິງ​ຕະຫຼາດສອງ​ຝ່າຍ, ການ​ເພີ່ມ​ທະວີ​ການ​ເຊື່ອມ​ຈອດ​ກັນ ​ແລະ​ບັນຫາ​ອື່ນໆ.

ທ່ານ​ຕູສ ​ແລະ ທ່ານ​ຢູນ​ເກີ ຕ່າງ​ກໍ​ກ່າວ​ວ່າ: ການ​ເຈລະຈາ​ລະຫວ່າງ​ສອງ​ຝ່າຍ​ໄດ້​ບັນລຸ​ການ​ອອກຖະ​ແຫຼງການ​ຮ່ວມ ຖື​ວ່າ​ແມ່ນ​ໄຊ​ຊະນະ​ທັງ​ສອງ​ຝ່າຍ. ສອງ​ຝ່າຍ​ຄວນ​ຈັດຕັ້ງປະຕິບັດ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອກະ​ພາບກັນ​ທຸກ​ຂໍ້​ທີ່​ສອງ​ຝ່າຍ​​ໄດ້ບັນລຸ​ໃນ​ການ​ພົບ​ປະກັນ​ຄັ້ງນີ້, ປະສານ​ງານ​ກັນ​ຢ່າງ​​ໃກ້ຊິດ​ໃນ​ວຽກ​ງານ​ສາກົນ, ​ເພີ່ມ​ທະວີ​ການ​ສົນທະນາ​ແລະ​ຮ່ວມ​ມື​ກັນ​ໃນ​ບັນຫາ​ຕ່າງໆ ​ເຊັ່ນ: ການ​ປະຕິ​ຮູບ​ອົງການ​ການ​ຄ້າ​ໂລກ​ເປັນຕົ້ນ ​ເພື່ອ​ພັດທະນາ​ສາຍ​ພົວພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ຈີນ-​ເອີຣົບ​ໃຫ້​ເຂົ້າສູ່​ລວງ​ເລິກ.