ບົດບັນທຶກການຫຼຸດພົ້ນອອກຈາກຄວາມທຸກຍາກຢ່າງສົມບູນຂອງຊົນເຜົ່າດູລົງເມືອງກົງຊານແຂວງຢຸນນານ

2019-04-15 17:07:58 |ມາຈາກ: 新华网

ທ້າຍປີ 2018,ຊົນເຜົ່າດູລົງບັນລຸການຫຼຸດພົ້ນອອກຄວາມທຸກຍາກຢ່າງສົມບູນ.ປະຊາຊົນຂອງເມືອງດູລົງຈ່ຽງກົງຊານແຂວງຢຸນນານຂຽນຈົດຫມາຍບອກຂ່າວດີນີ້ເຖິງທ່ານ ສີຈິ້ນຜິງ ເລຂາທິການໃຫຍ່.ວັນທີ 10 ເມສາ,ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຂຽນຈົດໝາຍຕອບກັບປະຊາຊົນເມືອງດູລົງຈ່ຽງ.ໃນຈົດໝາຍທ່ານ ສີຈິ້ນຜິງ ສະແດງຄວາມຍິນດີຕໍ່ຊົນເຜົ່າດູລົງທີ່ບັນລຸການຫຼຸດພົ້ນອອກຈາກຄວາມທຸກຍາກ,ໃຫ້ກຳລັງໃຈຊາວບ້ານໃຫ້ສືບຕໍ່ສາມັກຄີບຸກບືນກ້າວໜ້າເພື່ອຊີວິດທີ່ຜາສຸກ.

ຊົນເຜົ່າດູລົງເປັນຊົນເຜົ່ານ້ອຍຊົນເຜົ່າໜຶ່ງທີ່ດຳລົງມາຕັ້ງແຕ່ສະໄຫມສັງຄົມປະຖົມບູຮານຈົນຮອດການປ່ຽນແປງເປັນສັງຄົມນິຍົມໃນໄລຍະເລີ່ມຕົ້ນກໍ່ສ້າງປະເທດຈີນໃໝ່.ເຊິ່ງໃຊ້ຊີວິດຕົ້ນຕໍຢູ່ເມືອງດູລົງກົງຊານ.

ກ່ອນຫນ້ານີ້, ສະພາບທໍາມະຊາດຢູ່ນີ້ຮ້າຍແຮງ,ໃນປີໜຶ່ງມີຫິມະປົກຫຸ້ມຢູ່ເຄິ່ງປີ,ມັນແມ່ນຫນຶ່ງໃນເຂດທີ່ທຸກຍາກທີ່ສຸດໃນແຂວງຢຸນນານ ແລະ ໃນທົ່ວປະເທດ.

ໃນປັດຈຸບັນ, ປະຊາຊົນ 1000 ກວ່າຄົນຂອງທົ່ວເມືອງລ້ວນແຕ່ຍ້າຍເຂົ້າເຮືອນໃໝ່,ການພັດທະນາຂະແໜງການປູກຝັງ ແລະ ລ້ຽງສັດທີ່ມີລັກສະນະພິເສດນັບມື້ນັບດີຂຶ້ນ,ເຄືອຂ່າຍ 4G, ການແຜ່ກະຈາຍສັນຍານໂທລະພາບກວມເອົາທົ່ວເມືອງ, 6 ຄະນະບ້ານລ້ວນມີຖະຫນົນເຊື່ອມຕໍ່,ປະຊາຊົນທຸກຄົນໃນບ້ານກໍ່ສາມາດຊື້ປະກັນໄພ,ເດັກນ້ອຍກໍໄດ້ຮັບສິດການສຶກສາໂດຍບໍ່ມີຄ່າໃຊ້ຈ່າຍ 14 ປີ,ອັດຕາການປົກຫຸ້ມຂອງປ່າໄມ້ເມືອງດູລົງຈ່ຽງບັນລຸ 93%,ລະບົບນິເວດຕັ້ງແຕ່ສະໄຫມປະຖົມບູຮານມີຄວາມສົມບູນ,ວັດທະນະທຳຊົນເຜົ່ານ້ອຍທີ່ມີສີສັນເປັນສະເໜ່ທີ່ດຶງດູດສາຍຕາຈາກພາຍນອກນັບມື້ນັບຫຼາຍຂຶ້ນ.

ທ່ານ ຢ້າງຊົວຊີງ ອະດີດເລຂາຄະນະພັກເມືອງດູລົງຈ່ຽງກ່າວວ່າ: ທ້າຍປີ 2018,ຊົນເຜົ່າດູລົງບັນລຸການຫຼຸດພົ້ນອອກຄວາມທຸກຍາກຢ່າງສົມບູນ.ເມືອງດູລົງຈ່ຽງໃນປັດຈຸບັນນີ້,ທຸກຄອບຄົວມີເຮືອນໃໝ່,ທຸກເຮືອນກໍ່ມີຂະແໜງການໃໝ່,ຊີວິດນັບມື້ນັບດີຂຶ້ນ.

记者 姚程程(云桥网)编译