ລັດຖະກອນລາວ:ອະນາຄົດທີ່ກວ້າງຂວາງໃນການຮ່ວມມືການທ່ອງທ່ຽວລາວ-ຈີນ

2019-04-15 17:11:52 |ມາຈາກ: Yunnan Gateway


ວັນທີ 13 ເມສາ,ກອງປະຊຸມການແລກປ່ຽນການທ່ອງທ່ຽວແລະການຄ້າຊາຍແດນສິບສອງພັນນາຄັ້ງທີ 22 ໄດ້ຈັດຂຶ້ນທີ່ ເມືອງຈີງຫົງກິ່ງແຂວງປົກຄອງຕົນເອງຊົນເຜົ່າລຶ້ສິບສອງພັນນາແຂວງຢຸນນານ.ໃນສະຖານທີ່ຈັດກອງປະຊຸມ,ນັກຂ່າວສຳພາດພະນັກງານລັດຖະກອນລາວຫຼາຍຄົນ,ເຊິ່ງເພິ່ນກໍ່ມີຄວາມສົນໃຈຕໍ່ການຮ່ວມມືລາວ-ຢຸນນານຫລາຍ,ໂດຍສະເພາະແມ່ນການຮ່ວມມືດ້ານການທ່ອງທ່ຽວ.

ປະເທດຈີນແລະປະເທດລາວມີພູຜາສາຍນ້ຳເຊື່ອມຕໍ່ກັນ,ສິບສອງພັນນາກໍມີຊາຍແດນຕິດຈອດກັບແຂວງຜົ້ງສາລີແລະແຂວງຫຼວງນ້ຳທາ,ເຊິ່ງຜູ້ແທນລາວຫລາຍຄົນກໍເຫັນວ່າ,ໃນເງື່ອນໄຂດ້ານສະຖານທີ່ນີ້,ສິບສອງພັນນາໄດ້ເດີນໜ້າໃນການຮ່ວມມືລາວ-ຈີນໂດຍສະເພາະແມ່ນການຮ່ວມມືດ້ານການທ່ອງທ່ຽວ.ເພິ່ນຫວັງວ່າຄຽງຄູ່ກັບການກໍ່ສ້າງລົດໄຟລາວ-ຈີນແລະການປັບປຸງເງື່ອນໄຂການເຊື່ອມຕໍ່ລະຫວ່າງສອງປະເທດ,ການຮ່ວມມືດ້ານການທ່ອງທ່ຽວລາວ-ຈີນຈະພັດທະນາຄຸນນະພາບຢ່າງກ້າວກະໂດດໃນອະນາຄົດ.