ທ່ານ​ສີ​ຈິ້ນ​ຜິງ​​ເດີນ​ທາງໄປ​ກວດ​ກາ​ວຽກ​ງານ​ຢູ່​ນະ​ຄອນ​ຈຸ່ງ​ກິ່ງ

2019-04-16 17:02:21 |ມາຈາກ: CRI

ວັນ​ທີ 15 ເມ​ສາ​ນີ້, ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ໄດ້ເດີນ​ທາງ​ໄປ​ກວ​ດ​ກາ​ວຽກ​ງານ​ຢູ່ນ​ະ​ຄອນ​ຈຸ່ງ​ກິ່ງ ໂດຍ​ໄດ້​ໄປ​​ຢ້ຽມ​ຢາມໂຮງ​ຮຽນ​ປະ​ຖົມ, ຄອບ​ຄົວ​ຊົນ​ນ​ະ​ບົດ ແລະ ທົ່ງ​ນ້າ​ທ້ອງ​ຖິ່ນ ເພື່ອ​ຊອກ​ຮູ້​ຄວາມ​ຄືບ​ໜ້າ​ໃນ​ການຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ ແລະ ບັນ​ຫາ​ພົ້ນ​ເດັ່ນ​ຂອງ​ທ້ອງ​ຖິ່ນ.ຢູ່​ໂຮງ​ຮຽນ​ປະ​ຖົມ​ຕາ​ແສງ​ຈຸ່ງ​ຢີ້​ເມືອງ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຖູ​ເຈ່ຍ​ສື​ຈູ້, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ສະ​ແດງ​ຄວາມ​ຢື້​ຢາມ​ຖາມ​ຂ່າວ​ແລະ​ໂອ້​ລົມ​ກັບ​ຄູ​ອາ​ຈານ​ແລະ​ນັກ​ຮຽນ​ທັງຫຼາຍ​ຢ່າງ​ສະ​ໜິດ​ສະ​ໜົມ ໂດຍ​ທ່ານ​ກ່າວ​ວ່າ, ຫວັງ​ວ່າ​ຄູ​ອາ​ຈານ​ທັງຫຼາຍ​ສາ​ມາດ​ໄປ​ສອນ​ຢູ່​ເຂດ​ທຸກ​ຍາກ​ທີ່​ຫ່າງ​ໄກ​ສອກຫຼີກ​ໃຫ້ຫຼາຍກວ່າ​ເກົ່າ ເພື່​ອ​ອົບ​ຮົມ​ບົ່ມ​ສອນ​ໃຫ້​ຄົນ​ມີຄວາມ​ຮູ້​ຄວາມ​ສາ​ມາດ​​ມາ​ຮັບ​ໃຊ້​ປະ​ເທດ​ຊາດ ແລະ ບ້ານ​ເກີດ​ເມືອງ​ນ້ອນ​ຂອງ​ຕົນ, ວຽກ​ງານ​ແບບ​ນີ້​ມີ​ຄວາມ​ໝາຍ​ສຳ​ຄັນຫຼາຍ.ໃນ​ເວ​ລາ​ໄປ​ເຖິງ​ຄອບ​ຄົວ​ຜູ້​ທຸກ​ຍາກ​ຂອງ​ບ້ານ​ຮ​ວາ​ຊີ​ຕາ​ແສງ​ຈຸ່ງ​ຢີ້, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ສັກ​ຖາມ​ເພື່ອ​ຊອກ​ຮູ້​ສະ​ພາບ​ລາຍ​ຮັບ​ແລະ​ລາຍ​ຈ່າຍ​ດ້ານ​ຄ່າ​ປິ່ນ​ປົວ​ຂອງ​ຄອບ​ຄົວ​ຜູ້​ທຸກ​ຍາກ ແລະ ຖາມ​ສະ​ພາບ​ການ​ດຳ​ລົ​ງ​ຊີ​ວິດ​ຂອງ​ເຂົາ​ເຈົ້າ.ຫຼັງ​ຈາກ​ນັ້ນ, ທ່ານ​ສີ​ຈິ້ນ​ຜິງ​​ໄດ້​ໄປ​ຢ້ຽມ​ຢາມ​ຄອບ​ຄົວ​ຂອງ​ສະ​ມາ​ຊິກ​ພັກ​ອາ​ວຸ​ໂສ​ຢູ່​ບ້ານ​ຮ​ວາ​ຊີ, ນັ່ງ​ໂອ້​ລົມ​ກັບ​ຊາວ​ບ້ານ ແລະ ພະ​ນັກ​ງານ​ທີ່​ຮັບ​ຜິດ​ຊອບ​ວຽກ​ງານຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ ໂດຍ​ກ່າວ​ວ່າ, ຄວາມ​ສຸກ​ໄດ້​ມາ​ຈາກ​ການ​ສູ້​ຊົນ, ​ການສ້າງ​ຄວາມ​ຮັ່ງ​ມີ​ຕ້ອງ​ມີ​ນະ​ໂຍ​ບາຍ​ທີ່​ຖືກ​ຕ້ອງ​ຂອງ​ພັກ, ແຕ່​ສິ່ງ​ສຳ​ຄັນ​ກວ່າ​ນັ້ນ​ແມ່ນ​ຕ້ອງ​ດຸ​ໝັ່ນ​ສູ້​ຊົນ​ສ້າງ​ຄວາມ​ສຸກ​ດ້ວຍ​ຕົນ​ເອງ.