ທ່ານ ສີ​ຈິ້ນ​ຜິງ ສົ່​ງ​ສານ​ເຖິງ​ປະ​ທາ​ນາ​ທິ​ບໍ​ດີ​ຝ​ຣັ່ງ ເພື່ອ​ສະ​ແດງ​ຄວາມ​ເຫັນ​ໃຈ​ຕໍ່​ເຫດ​ການອັກ​ຄີ​ໄພ​ຢູ່ໂບດ​ໂນ​ເຕ​ຣີ ແດມ​ເມີ

2019-04-17 18:23:25 |ມາຈາກ: CRI

ວັນ​ທີ 16 ເມ​ສານີ້, ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ ໄດ້​ສົ່ງ​ສານ​ເຖິງ​ທ່ານ ແອມ​ມາ​ນູ​ແອນ ມາ​ຄ​​ຣົງ​ ​​ແລະປະ​ຊາ​ຊົນ​ທົ່ວ​ປະ​ເທດ​ຝ​ຣັ່ງ ເພື່ອ​ສະ​ແດງ​ຄວາມ​ເຫັນ​ໃຈ​ຕໍ່​ເຫດການ​ອັກ​ຄີ​ໄພ​ທີ່​ເກີດ​ຂຶ້ນ​ຢູ່ໂບດ​ໂນ​ເຕ​ຣີ ແດມ​ເມີ.

ທ່ານ ສີ​ຈິ້ນ​ຜິງ ກ່າວ​ວ່າ: ໂບດ​ໂນ​ເຕ​ຣີ ແດມ​ເມີ ແມ່ນ​ສັນ​ຍະ​ລັກ​ທີ່​ສຳ​ຄັນ​ຂອງ​ອາ​ຍະ​ລະ​ທຳ​ຝ​ຣັ່ງ, ທັງ​ແມ່ນ​ມິ່ງ​ຂວັນ​ອັນ​ປະ​ເສີດ​ຂອງ​ອາ​ລະ​ຍະ​ທຳ​ມວນ​ມະ​ນຸດ. ປະ​ຊາ​ຊົນ​ຈີນ​ກໍ​​ຄື​ກັນ​ກັບ​ປະ​ຊາ​ຊົນ​ຝ​ຣັ່ງ, ມີ​ຄວາມ​ຮູ້​ສຶກ​ເຈັບ​ແສບ​​ຕໍ່​ອັກ​ຄີ​ໄພ​ຄັ້ງ​ນີ້. ເຊື່ອ​ວ່າ ພາຍ​ໃຕ້​ຄວາມ​ພະ​ຍາ​ຍາມ​ຂອງ​ປະ​ຊາ​ຊົນ​ຝ​ຣັ່ງ​ແລະ​ການ​ສະ​ໜັບ​ສະ​ໜູນ​ຂອງ​ປະ​ຊາ​ຄົມ​ໂລກ, ໂບດ​ໂນ​ເຕ​ຣີ ແດມ​ເມີ ຍ່ອມ​ຈະ​ໄດ້​ຮັບ​ການ​ປ​ະ​ຕິ​ສັງ​ຂອນ​ຢ່າງ​ສະ​ດວກ ແລະ​​ແລະ​ມີຄວາມ​ສວຍ​ສົດ​ງົດ​ງາມ​ຄືນ​ໃໝ່.