ທ່ານ ສີ​ຈິ້ນ​ຜິງ ແລະ​ເຈົ້າ​ຊີ​ວິດ​ບາ​ເຣນ ສົ່ງ​ສານ​ອວຍ​ພອນ​ເຊິ່ງ​ກັນ​ແລະ​ກັນ​​ໃນ​ໂອ​ກາດ​ສອງ​ປະ​ເທດ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ການ​ທູດ​ຄົບ​ຮອບ 30 ປີ

2019-04-18 17:47:31 |ມາຈາກ: CRI

ວັນ​ທີ 18 ເມ​ສານີ້, ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ແລະ​ສົມ​ເດັດ ຮາ​ມັດ ບິນ ອີ​ຊາ ອັນ-​ຄາ​ລີ​ຟາ ເຈົ້າ​ຊີ​ວິດ​ບາ​ເຣນ ໄດ້​ສົ່ງ​ສານອວຍ​ພອນ​ເຊິ່ງ​ກັນ​ແລະກັນ ​ໃນ​ໂອ​ກາດ​ທີ່​ສອງ​ປະ​ເທດ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ການ​​ທູດ​ຄົບ​ຮອບ 30 ປີ.

ໃນ​ສານ​ອວຍ​ພອນຂອງ​ທ່ານ ສີ​ຈິ້ນ​ຜິງ ລະ​ບຸ​ວ່າ: ນັບ​ແຕ່​ຈີນ-ບາ​ເຣນ​ສ້າງ​ຕັ້ງ​ສາຍ​ພົວ​ພັນທາງ​ການ​ທູດ​ 30 ປີ​ມານີ້, ສອງ​ປະ​ເທດ​ໄດ້​ໃຫ້​ການ​ເຄົາ​ລົບນັບ​ຖືແລະ​ສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ​ແລະ​ກັນ, ໄດ້​​ຮັດ​ແໜ້ນ​ມິດ​ຕະ​ພາບ​​ຢ່າງ​ເລິກ​ເຊິ່ງ, ສາຍ​ພົວ​ພັນ​ສອງ​ປະ​ເທດ​ໄດ້​ຂະ​ຫຍາຍ​ຕົວ​ໄປ​ໜ້າ​ຢ່າງ​ໝັ້ນ​ທ່ຽງ, ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ​ໄດ້​​ມີ​ຜົນ​ງານ​ຢ່າງຫຼວງຫຼາຍ. ຂ້າ​ພະ​ເຈົ້າ​ໃຫ້​ຄວາມ​ສຳ​ຄັນ​ຢ່າງ​ສູງ​ຕໍ່​ການ​ຂະ​ຫຍາຍ​ສາຍ​ພົວ​ພັນ​ຈີນ-ບາ​ເຣນ, ຍິນ​ດີ​ຮ່ວມ​ກັບສົມ​ເດັດ​ຮາ​ມັດ, ຖື​​ໂອ​ກາດ​ທີ່ສອງ​ປະ​ເທດ​ສ້າງ​ຕັ້​ງ​ສາຍ​ພົວ​ພັນ​ການ​ທູດ​ຄົບ​ຮອບ 30 ປີ​ແລະ​ສອງ​ປະ​ເທດ​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”, ພະ​ຍາ​ຍາມຊຸກ​ຍູ້​ກາ​ນ​ຮ່ວມ​ມື​ລະ​ຫວ່າງ​ຈີນ-ບາ​ເຣນ​ໃນ​ທຸກ​ຂົ​ງ​ເຂດ​ໃຫ້​ກ້າວ​​ຂຶ້ນ​ສູ່ລະ​ດັບ​ໃໝ່ ເພື່ອ​ສ້າງ​ຄວາມ​ຜາ​ສຸກ​ໃຫ້​ແກ່​ສອງ​ປະ​ເທດ​ແລະ​ປະ​ຊາ​ຊົນ​ສອງ​ຊາດ.

ໃນ​ສານ​ອວຍ​ພອນ​ຂອງສົມ​ເດັດ​ຮາ​ມັດ​ໄດ້ລະ​ບຸ​ວ່າ: ບາ​ເຣນ​ຈະ​ຖະ​ນຸ​ຖະ​ໜອມ​ມິດ​ຕະ​ພາບ​ອັນ​ໝັ້ນ​ຄົງ​ແລະ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ໃນ​ທຸກ​ຂົງ​ເຂດ​ກັບ​ຈີນ, ຈະ​ສືບ​ຕໍ່​ພະ​ຍາ​ຍາມ​ລົງ​ເລິກ​ແລະ​ພັດ​ທະ​ນາ​ສາຍ​ພົວ​ພັນ​ບາ​ເຣນ-ຈີນ, ອວຍ​ພອນ​ໃຫ້​ປະ​ຊາ​ຊົນ​ຈີນ​ຈົ່ງ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ທີ່​ຍິ່ງ​ໃຫຍ່ກວ່າ​ເກົ່າ​ຢ່າງ​ບໍ່​ຢຸດຢັ້ງ.

ມື້​ດຽວ​ກັນ, ທ່ານ ຫຼີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ແລະ​ທ່ານ ​ຄາ​ລີ​ຟາ ບິນ ຊາ​ນມານ ອັນ-​ຄາ​ລີ​ຟາ ນາ​ຍົກ​ລັດ​ຖະ​ມົນ​ຕີ​ບາ​ເຣນ ຕ່າງ​ກໍ​ໄດ້​ສົ່ງ​ສານ​ພອວຍ​ພອນ​ໃຫ້​ແກ່​ກັນ.