ຄູອາສາສະໝັກຂອງປະເທດຈີນຮູ້ສຶກຕື້ນຕັນໃຈໃນການສອນຢູ່ປະເທດລາວ

2019-04-19 15:32:01 |ມາຈາກ: 新华网

ໂຮງຮຽນປະຖົມສົມບູນລາວ-ຈີນບ້ານຫນອງປີງ ທີ່ໄດ້ຮັບການຊ່ວຍເຫລືອການກໍ່ສ້າງຈາກມູນນິທິການພັດທະນາສັນຕິພາບປະເທດຈີນ, ເຊິ່ງສຳເລັດການກໍ່ສ້າງໃນເດືອນ ພຶດສະພາ ປີ 2013, ໂຮງຮຽນເລີ່ມຕົ້ນເປີດການສອນພາສາຈີນໃນເດືອນ ຕຸລາ ປີ 2013, ແຕ່ຊັ້ນຮຽນປໍ 1 ຫາປໍ 5 ມີຫຼັກສູດພາສາຈີນ. ໃນປັດຈຸບັນນີ້, ຄູອາສາສະໝັກສອນພາສາຈີນໃນໂຮງຮຽນມີ ນາງ ລິນເຈີຍຢູ ມາຈາກແຂວງຈີລີນ, ແລະ ນາງ ເຢົາຊ່າງຫົວ ມາຈາກແຂວງກວາງຊີ.

ຄູອາສາສະໝັກເວົ້າວ່າ, ຄວາມຕື້ນຕັນໃຈແລະຄວາມພາກພູມໃຈທີ່ສຸດໃນເວລາທີ່ຢູ່ປະເທດລາວກໍແມ່ນການອຸທິດຄວາມຮັກໃນໂຮງຮຽນ, ແລະໄດ້ຮັບການຕອບຮັບຈາກນັກຮຽນຢ່າງເຕັມທີ່. ນາງ ເຢົາຊ່າງຫົວ ເວົ້າວ່າ, ໃນເວລາເລີກຮຽນ, ເດັກນ້ອຍກໍເຂົ້າມາລົມນຳ, ເມື່ອພວກເຮົາອອກໄປນອກ, ນັກຮຽນເຫັນພວກເຮົາກໍ່ເຂົ້າມາທັກທາຍດ້ວຍຄວາມເບີກບານ.

ຜູ້ອຳນວຍການໂຮງຮຽນປະຖົມສົມບູນລາວ-ຈີນບ້ານຫນອງປີງມີຄວາມພໍໃຈຫຼາຍຕໍ່ການເຮັດວຽກຂອງຄູອາສາສະຫມັກຈີນ. ລາວເວົ້າວ່າ,“ຄູອາຈານຈີນຕັ້ງແຕ່ເຂົ້າມາຮັບຫນ້າທີ່ກໍເຮັດວຽກໄດ້ດີສະເຫມີມາ, ນັກຮຽນລາວແລະພໍ່ແມ່ຜູ້ປົກຄອງແລະໂຮງຮຽນລ້ວນກໍ່ມັກເພິ່ນ.” ເມື່ອມີບຸນອັນສຳຄັນ, ຄູອາຈານລາວຈະເຊີນຄູອາຈານຈີນໄປງານກິດຈະກຳຮ່ວມກັນ, ເຊິ່ງນີ້ເຮັດໃຫ້ອາຈານຈີນໃຊ້ຊີວິດຢູ່ລາວຢ່າງມີສີສັນແລະເສີມຂະຫຍາຍຄວາມເຂົ້າໃຈຕໍ່ວັດທະນະທຳລາວຂອງພວກເພິ່ນ.