ທ່ານ​ສີ​ຈິ້ນ​ຜິ​ງ ສົ່ງ​ສານ​ຊົມ​ເຊີຍ​ກອງ​ປະຊຸມ​ສະພາ​ມົນຕີ​ສະຫະພັນ​ການ​ຮ່ວມ​ມື​ສື່​ມວນ​ຊົນ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ” ຄັ້ງທຳ​ອິດ

2019-04-23 16:09:43 |ມາຈາກ: CRI

ກອງ​ປະຊຸມ​ສະພາ​ມົນຕີ​ສະຫະພັນ​ການ​ຮ່ວມ​ມື​ສື່​ມວນ​ຊົນ​ໃນ​ຂອບ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ” ຄັ້ງທຳ​ອິດ ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 23 ​ເມສາ​ນີ້ຢູ່​ນະຄອນຫຼວງປັກ​ກິ່ງ. ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ໄດ້​ສົ່ງ​ສານຊົມ​ເຊີຍ​ເຖິງ​ກອງ​ປະຊຸມ​ດັ່ງກ່າວ.

ທ່ານ​ສີ​ຈິ້ນ​ຜິ​ງ ກ່າວ​ວ່າ: ຈີນ​ເປັນ​ຜູ້​ລິ​ເລີ່​ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ”, ​ແຕ່​ໂອກາດ​ແລະ​ໝາກຜົນ​ຕ່າ​ງໆ​ຈາກ​ຂໍ້​ລິ​ເລີ່​ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ” ​ເປັນ​ຂອງ​ໂລກ. ບັນດາ​ຝ່າຍ​ທີ່​ເຂົ້າຮ່ວມ​ຂໍ້​ລິ​ເລີ່​ມດັ່ງກ່າວ ​ໄດ້​ຍຶດຖື​​ເນື້ອ​ໃນຈິດ​ໃຈ​ເສັ້ນທາງ​ສາຍ​ໄໝ​ແຫ່ງ​ການ​ຮ່ວມ​ມື​ໂດຍ​ສັນຕິ, ການ​ເປີດ​ກວ້າງ​ແລະ​ກວມ​ລວມ, ການ​ຖອດ​ຖອນ​ບົດຮຽນ​ເຊິ່ງກັນ​ແລະ​ກັນ ​ແລະ ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ, ພະຍາຍາມ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ” ​ໃຫ້​ກາຍ​ເປັນ​ເສັ້ນທາງ​ແຫ່ງ​ສັນຕິພາບ, ​ເສັ້ນທາງ​​ແຫ່ງຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ, ​ເສັ້ນທາງ​ການ​ເປີດ​ກວ້າງ, ​ເສັ້ນທາງ​ສີຂຽວ, ​ເສັ້ນທາງ​ການ​ປະດິດສ້າງ​ໃໝ່ ​ແລະ ​ເສັ້ນທາງ​ແຫ່ງ​ອາລະຍະ​ທຳ.

ທ່ານສີ​ຈິ້ນ​ຜິ​ງ ກ່າວ​ເນັ້ນວ່າ: ພວກ​ເຮົາ​​ມີ​ຄວາມ​ປິຕິ​ຊົມ​ຊື່ນ​ວ່າ, ​ພາຍຫຼັງ​ໄດ້​ສະ​ເໜີ​ຂໍ້​ລິ​ເລີ່​ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ” ​ແລ້ວ, ​ໃນ​ການ​ຮ່ວມ​ກັນ​ສ້າງ​ເຄືອ​ຂ່າຍ​ຄູ່​ຮ່ວມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ” ນັ້ນ, ສື່​ມວນ​ຊົນ​ໄດ້​ເສີມ​ຂະຫຍາຍ​ບົດບາດ​ທີ່​ສ້າງສັນ​ແລະ​ຕັ້ງໜ້າ. ຂະນະ​ທີ່​ສະຫະພັນ​ການ​ຮ່ວມ​ມື​ສື່​ມວນ​ຊົນ​ໃນ​ຂອບ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ” ​ໄດ້​ສ້າງ​ເວທີ​ການ​ແລກປ່ຽນ​ແລະ​ຮ່ວມ​ມື​ທີ່​ສະດວກ​ໃຫ້​ແກ່​ສື່​ມວນ​ຊົນຂອງ​ປະ​ເທດ​ຕ່າງໆ. ຫວັງ​ວ່າ​ບັນດາ​ຄະນະ​ມົນຕີຈະ​ສົ່ງ​ເສີມ​​ເນື້ອ​ໃນຈິດ​ໃຈ​ເສັ້ນທາງ​ສາຍ​ໄໝ, ​ເພີ່ມ​ທະວີ​ການ​ແລກປ່ຽນ​ແລະ​ຮ່ວມ​ມື​ກັນ ​ເພື່ອ​ໃຫ້ການ​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ” ນັ້ນ​ສາມາດ​ສ້າງ​ຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ປະຊາຊົນ​ບັນດາ​ປະ​ເທດ​ລຽບ​ຕາມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ” ​ໄດ້ຫຼາຍກວ່າ​ເກົ່າ.