ທ່ານ ສົມຫມາຍ ຊາວເມືອງວຽງຈັນປະເທດລາວກ່າວກັບນັກຂ່າວດ້ວຍຄວາມດີໃຈວ່າ“ພວກເຮົາບໍ່ຕ້ອງດື່ມນ້ຳສ້າງທີ່ເປັນສີເຫຼືອງອີກແລ້ວ,ຂໍຂອບໃຈຕໍ່ບໍລິສັດຂອງຈີນ.”
ນັບແຕ່ ເດືອນ ກຸມພາ ປີ 2019, ໂຄງການສະໜອງນ້ຳເທດສະບານນະຄອນຫຼວງວຽງຈັນປະເທດລາວໂດຍການຮັບເຫມົາກໍ່ສ້າງຂອງບໍລິສັດອຸດສາຫະກຳພາກເໜືອຈີນຈຳກັດໄດ້ມອບໃຫ້ທາງລາວຢ່າງເປັນທາງການ,ໄດ້ມີຊາວບ້ານ 1900 ກວ່າຄອບຄົວເຮັດຄຳຮ້ອງຂໍເອົານ້ຳປະປາເຂົ້າໄປໃນຄົວເຮືອນ.ໂຄງການສະໜອງນ້ຳປະລິມານ 30000 ແມັດກ້ອນໃນແຕ່ລະມື້, ເຊິ່ງໄດ້ສະໜອງນ້ຳປະປາໃຫ້ 60 ກວ່າບ້ານໃນພາກຕາເວັນອອກສຽງເຫນືອນະຄອນຫລວງວຽງຈັນ.
ການລົງທຶນໂຄງການເຄືອຂ່າຍສະໜອງທໍ່ນ້ຳວຽງຈັນແລະການຍົກລະດັບແບບອັດສະລິຍະ,ເປັນຕົວຢ່າງຂອງແຜນການທີ່ກາຍເປັນຜົນສຳເລັດໃນການຮ່ວມມືດ້ານຊົນລະປະທານລາວແລະຈີນ.
ລາວແລະຈີນຕັ້ງຢູ່ລຸ່ມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຮ່ວມກັນ,ຕັ້ງແຕ່ດົນນານມາແລ້ວການຮ່ວມມືຂອງສອງປະເທດໃນດ້ານການຄຸ້ມຄອງຊັບພະຍາກອນນ້ຳ, ການແລກປ່ຽນການຝຶກອົບຮົມແລະຂົງເຂດອື່ນໆໄດ້ຮັບຜົນສໍາເລັດຢ່າງສົມບູນ.
ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວກ່າວວ່າ,ປະເທດຈີນໄດ້ສະໜອງການຊ່ວຍເຫຼືອທີ່ມີຄຸນຄ່າຫຼາຍທີ່ສຸດໃຫ້ແກ່ປະເທດລາວ, ເຊິ່ງສະແດງໃຫ້ເຫັນເຖິງນ້ຳໃຈມິດຕະພາບອັນເລິກເຊິ່ງລະຫວ່າງປະຊາຊົນຂອງສອງປະເທດ.ຫວັງວ່າສອງຝ່າຍສາມາດເພີ່ມທະວິການຮ່ວມມືດ້ານຊົນລະປະທານຢ່າງຕໍ່ເນື່ອງ,ກໍ່ສ້າງແບບຢ່າງການຮ່ວມມືຊັບພະຍາກອນນ້ຳແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ.
ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ສປປ ລາວ ເຫັນວ່າ,ນັບຕັ້ງແຕ່ການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ,ໄດ້ນໍາເອົາຜົນປະໂຫຍດແລະຄວາມຜາສຸກມາໃຫ້ແກ່ປະຊາຊົນໃນທຸກປະເທດທີ່ຢູ່ຕາມລຸ່ມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, “ປະເທດລາວຍິນດີທີ່ຈະສືບຕໍ່ເຂົ້າໃນການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຢ່າງຕັ້ງໜ້າ,ແລະສືບຕໍ່ເສີມຂະຫຍາຍການຮ່ວມມືທີ່ກ່ຽວຂ້ອງ,ເພື່ອຮ່ວມກັນສົ່ງເສີມການພັດທະນາແລະຄວາມຮຸ່ງເຮືອງຂອງເຂດລຸ່ມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ.”