ກອງ​ປະ​ຊຸມ​ນັກ​ທຸ​ລະ​ກິດ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”ໄຂ​ຂຶ້ນ​ທີ່​ປັກ​ກິ່ງ

2019-04-25 18:13:48 |ມາຈາກ: CRI

ວັນ​ທີ 25 ເມ​ສານີ້, ກອງ​ປະ​ຊຸມ​ນັກ​ທຸ​ລະ​ກິດ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”ໄຂ​ຂຶ້ນ​ທີ່​ປັກ​ກິ່ງ. ນີ້​ແມ່ນ​ກອງ​ປະ​ຊຸມ​ຄັ້ງ​ທຳ​ອິດ​ໃນ​ໄລ​ຍະ​ດຳ​ເນີນກອງ​ປະ​ຊຸມ​ສຸດຍອດ​ເວ​ທີ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມື​ສາ​ກົນ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”. ກອງ​ປະ​ຊຸມ​ດັ່ງ​ກ່າວ​ໄດ້​ມີ​ບຸກ​ຄົນ​ສຳ​ຄັນ​ໃນ​ວົງ​ການ​ທຸ​ລະ​ກິດຈີນ​ແລະ​ຕ່າງ​ປະ​ເທດ 850 ກວ່າ​ທ່ານ​ເຂົ້າ​ຮ່ວມ, ໃນ​ນັ້ນ, ​ມີຜູ້​ຕາງ​ໜ້າ​ຝ່າຍ​ຕ່າງ​ປະ​ເທດ​ມາ​ຈາກ 80 ກວ່າ​ປະ​ເທດ​ແລະ​ເຂດ​ແຄວ້ນ. ຜູ້​ແທນ​ຕ່າງ​ປະ​ເທດ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ກ່າວ​ວ່າ: ຂໍ້​ລິ​ເລີ່ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”ຄວນ​ໃຫ້​​ໂອ​ກາດ​ແກ່ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ​ແລະ​ນ້ອຍ​ຢ່າງຫຼວງຫຼາຍ​ເຂົ້າ​ຮ່ວມ​ນຳ, ເພື່ອ​ໃຫ້​ວົງ​ການ​ອຸດ​ສາ​ຫະ​ກຳ​ແລະ​ການ​ຄ້າ​ຂອງ​​ນາໆປະ​ເທດ​ຊົມ​ໃຊ້​ໂອ​ກາດ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”​ຢ່າງ​ກວ້າງ​ຂວາງ.

ກອງ​ປະ​ຊຸມ​ນັກ​ທຸ​ລະ​ກິດ“ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ລວມ​ມີ 4 ​ຂັ້ນ​ຕອນ​ຄື: ກອງ​ປະ​ຊຸມ​ຄົບ​ຄະ​ນະ, ພິ​ທີ​ເຊັນ​ສັນ​ຍາ, ການ​ພົບ​ປະ​​ສ້າງ​ສັນ​ລະ​ຫວ່າງວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ​ແລະ​ນ້ອຍ​ຂອງ​ຈີນ​ແລະ​ຕ່າງ​ປະ​ເທດ, ແລະ​ພິ​ທີ​ປິດ​ປະ​ຊຸມ. ເຖິງວ່າ ກອງ​ປະ​ຊຸມ​ດັ່ງ​ກ່າວ​​ຈັດ​ຂຶ້ນ​ເປັນ​ຄັ້ງ​ທຳ​ອິດ, ແຕ່​ວິ​ສາ​ຫະ​​ກິດ​​ແລະ​ຜູ້​ແທນທີ່​ເຂົ້າ​ຮ່ວມ​​ແມ່ນ​ພິ​ເສດ​ຄື​​ມີຂະ​ໜາດ​ໃຫຍ່, ລະ​ດັບ​ສູງ, ແລະ​ມີ​ລັກ​ສະ​ນະ​ຕົວ​ແທນ.