ກອງ​ປະ​ຊຸມ​ຍ່ອຍ​ການ​ແລກ​ປ່ຽນ​ນະ​ໂຍ​ບາຍ​ຂອງກອງ​ປະ​ຊຸມ​ສຸດຍອດ​ເວ​ທີ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມື​ສາ​ກົນ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ຄັ້ງ​ທີ 2 ໄດ້​ເຊັນ​ຂໍ້​ຕົກ​ລົງ 60 ກວ່າ​ສະ​ບັບ

2019-04-25 18:17:17 |ມາຈາກ: CRI

ຕາມ​ຂ່າວ​ສານ​ຊີນ​ຮ​ວາ: ກອງ​ປະ​ຊຸມ​ຍ່ອຍ​ການ​ແລກ​ປ່ຽນ​ນະ​ໂຍ​ບາຍ​ຂອງ​ເວ​ທີ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມື​ສາ​ກົນ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ຄັ້ງ​ທີ 2 ທີ່​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 25 ເມ​ສານີ້ ໄດ້​ເຊັນ​ຂໍ້​ຕົກ​ລົງທີ່​ສຳ​ຄັນ 60 ກວ່າ​ສະ​ບັບ, ເຊິ່ງ​ລວມ​ທັງ​ເປີດ​ຕົວ​ປື້ມ “ຮ່ວມ​ກັນ​ສ້າງ​ຂໍ້​ລິ​ເລີ່ມ ໜຶ່ງ​ແລ້ວໜຶ່ງ​ເສັ້ນ​ທາງ: ຄວາມ​ຄືບ​ໜ້າ, ການ​ອຸ​ທິດ ກັບ​ການ​ຈ້ອງມອງ” ສະ​ບັບ​ພາ​ສາ​ຕ່າງ​ປະ​ເທດ 7 ພາ​ສາ, ໄດ້​ຮ່ວມ​ກັບ​ຫຼາຍ​ປະ​ເທດ​ແລະ​ຫຼາຍ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ ​ເຊັນ​ເອ​ກະ​ສານ​ໃນ​ຂົງ​ເຂດ​ຕ່າງໆເຊັ່ນ:ຮ່ວມ​ກັນ​ສ້າງ​ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”, ການ​ຮ່ວມ​ມື​​ດ້ານຄວາມ​ສາ​ມາດ​ໃນ​ການ​ຜະ​ລິ​ດ, ແລະ​ ​ຮ່ວມ​ມືໃນ​ຕະຫຼາ​ດ​ຝ່າຍ​ທີ 3 ເປັນ​ຕົ້ນ, ​ແລະ ໄດ້​ຊຸກ​ຍູ້ໂຄງ​ການ​ຮ່ວມ​ມື​ທີ່​ຕິດ​ແທດ​ຕົວ​ຈິງ​ຈຳ​ນວນ​ໜຶ່ງ.

​ກອງ​ປະ​ຊຸມ​ຍ່ອຍ​ການ​ແລກ​ປ່ຽນ​ນະ​ໂຍ​ບາຍ​ຄັ້ງ​ນີ້ ແມ່ນ​ຈັດ​​ຂຶ້ນໂດຍ​ຄະ​ນະ​ກຳ​ມະ​ການ​ພັດ​ທະ​ນາ​​ແລະ​ປະ​ຕິ​ຮູບ​ແຫ່ງ​ຊາດ​ຈີນ. ຫົວ​ຂໍ້​ຫຼັກ​ແມ່ນ: ລົງ​ເລິກ​ການ​ຮ່ວມ​ມື​ແລະ​ຄວາມ​ຮັບ​ຮູ້​ຮ່ວມ​ກັນ, ຊຸກ​ຍູ້ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ພັດ​ທະ​ນາ​ດ້ວຍ​ຄຸນ​ນະ​ພາບ​ສູງ. ​ບຸກ​ຄົນ​ສຳ​ຄັນ​ຂອງ​ຈີນ​ແລະ​ຕ່າງ​ປະ​ເທດ 300 ກວ່າ​ທ່ານ​ທີ່​ມາ​ຈາກ 50 ກວ່າ​ປະ​ເທດ​ແລະ 20 ກວ່າ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​​ໄດ້ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ຄັ້ງ​ນີ້.