ໃນຊຸມປີມໍ່ໆມານີ້, ພັກ ແລະ ລັດຖະບານລາວໄດ້ກຳນົດ ແລະ ສົ່ງເສີມແຜນຍຸດທະສາດທີ່ຫັນຈາກປະເທດທີ່ບໍ່ຕິດກັບສູ່ທະເລ ໄປສູ່ ປະເທດເຊື່ອມຕໍ່ໃນອະນຸພາກພື້ນ, ເຊິ່ງແຜນຍຸດທະສາດນີ້ໄດ້ເຊື່ອມຕໍ່ກັບຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ທີ່ສະເໜີໂດຍທ່ານ ສີຈິ້ນຜິງ ປະທານປະເທດສປຈີນ. ຄຽງຄູ່ກັບໂຄງການ ຕ່າງໆທີ່ນອນຢູ່ໃນຂອບ“ໜຶ່ງແລວໜຶ່ງເສັ້ນທາງ” ເຊັ່ນ: ໂຄງການທາງລົດໄຟລາວ-ຈີນ, ເຂື່ອນໄຟຟ້ານ້ຳອູ ແລະອື່ນໆໄດ້ຮັບການຈັດຕັ້ງປະຕິບັດ ແລະກ້າວໄປໜ້າຢ່າງແທ້ຈິງ, ບໍ່ພຽງແຕ່ໄດ້ກະຕຸກຊຸກຍູ້ການເປີດກວ້າງຕະຫຼາດວັດສະດຸກໍ່ສ້າງ, ອາຫານການກິນ ແລະສິນຄ້າອື່ນໆພາຍໃນປະເທດລາວເທົ່ານັ້ນ, ຍັງໄດ້ສ້າງໂອກາດວຽກເຮັດງານທຳຢ່າງຫຼວງຫຼາຍໃຫ້ແກ່ຄົນລາວ. ຫຼັງຈາກໄປທັດສະນະສຶກສາຕົວຈິງແລ້ວ, ຜູ້ຂຽນໄດ້ເຫັນວ່າ, ວຽກງານຍົກຍ້າຍປະຊາຊົນໃນໂຄງການ ຕ່າງໆທີ່ກ່າວມານັ້ນຈະເປັນປະໂຫຍດໃຫ້ແກ່ວຽກງານຫຼຸດຜ່ອນຄວາມທຸກຍາກເຂົາເຈົ້າ.
ຫວ່າງກ່ອນນີ້ບໍ່ດົນ, ຜູ້ຂຽນໄດ້ໄປເກັບກຳຂ່າວຢູ່ເຂື່ອນໄຟຟ້ານ້ຳອູ, ເຊິ່ງເປັນໂຄງການກໍ່ສ້າງຂະໜາດໃຫຍ່ທີ່ຕ້ອງຍົກຍ້າຍປະຊາຊົນ 2300 ກວ່າຄອບຄົວ ທັງໝົດ 12.600 ກວ່າຄົນໃນ 10 ເມືອງຂອງ 2 ແຂວງ ຄື ແຂວງຜົ້ງສາລີ ແລະ ແຂວງຫຼວງພະບາງ, ທາງໂຄງການໄດ້ວາງແຜນສ້າງ 23 ບ້ານແຫ່ງໃໝ່ໃຫ້ແກ່ປະຊາຊົນຜູ້ໄດ້ຮັບຜົນກະທົບ. ໃນການເດີນທາງໄປບ້ານຫ້ວຍລໍແຫ່ງໃໝ່, ຜູ້ຂຽນໄດ້ເຫັນວ່າ, ປະຊາຊົນຜູ້ຍົກຍ້າຍບໍ່ພຽງແຕ່ໄດ້ຍ້າຍເຂົ້າຢູ່ເຮືອນຫຼັງໃໝ່ທີ່ມີມາດຕະຖານສູງກວ່າເຮືອນຫຼັງເກົ່າເທົ່ານັ້ນ, ຍິ່ງກວ່ານັ້ນຢູ່ໃນບ້ານຍັງໄດ້ມີເສັ້ນທາງທີ່ສະດວກສະບາຍເນັ່ງໄປສູ່ໜ້າປະຕູແຕ່ລະເຮືອນ, ໃນເຮືອນແຕ່ລະຫຼັງຍັງໄດ້ໃຊ້ນ້ຳປະປາ ແລະ ໄຟຟ້າຢ່າງສະດວກສະບາຍ, ເຊິ່ງສາມາດຕອບສະໜອງກັບຄວາມຕ້ອງການໃນການດຳລົງຊີວິດຂັ້ນພື້ນຖານ.
ນອກຈາກສ້າງເຮືອນຫຼັງໃໝ່ແລ້ວ, ທາງຜູ້ດຳເນີນໂຄງການງຝ່າຍຈີນຍັງໄດ້ໃຊ້ຫຼາຍມາດຕະການທີ່ເອື້ອອຳນວຍ, ຕົວຢ່າງວ່າເຊື້ອເຊີນຊ່ຽວຊານວິຊາການໄປແນະນຳເຕັກນິກລ້ຽງໝູລ້ຽງແບ້ລ້ຽງປາ ປູກຜັກປອດສານເຄມີໃຫ້ແກ່ພີ່ນ້ອງປະຊາຊົນ, ທັງໃຫ້ທຶນສະໜັບສະໜູນ ຫຼື ຊື້ເບ້ຍໄມ້ພັນປາໃຫ້ແກ່ປະຊາຊົນ, ເຮັດໃຫ້ຜົນຜະລິດອອກມາສາມາດເອົາໄປປ້ອນຕະຫຼາດພາຍໃນ, ປະຊາຊົນຈະມີລາຍຮັບເພີ່ມຂຶ້ນ,ສາມາດທຳມາຫາກິນໂດຍເພິ່ງຕົນເອງໄດ້, ແລະພາໃຫ້ເກີດມີຂະແໜງເສດຖະກິດທີ່ເຂັ້ມແຂງຂຶ້ນເທື່ອລະກ້າວ.
ອີກຢ່າງໜຶ່ງ, ທາງໂຄງການໄດ້ໃຊ້ນະໂຍບາຍທີ່ນຳໃຊ້ແຮງງານກັບທີ່, ໂດຍຈັດຊຸດອົບຮົມເຝິກສີມືແຮງງານ, ແລະເສີມສ້າງຂີດຄວາມສາມາດດ້ານການບໍລິຫານ. ໂຄງການເຂື່ອນໄຟຟ້ານ້ຳອູໄດ້ສ້າງໂອກາດວຽກເຮັດງານທຳ 8000 ກວ່າຕຳແໜ່ງໃຫ້ແກ່ປະຊາຊົນທ້ອງຖິ່ນ; ເຈົ້າໜ້າທີ່ໂຄງການໃຫ້ຮູ້ຕື່ມວ່າ, ໃນອະນາຄົດ, ຈະບັນລຸເປົ້າໝາຍທີ່ໃຊ້ແຮງງານຄົນລາວຮ້ອຍສ່ວນຮ້ອຍເລີຍ, ເຊິ່ງໝາຍຄວາມວ່າ, ຈະໃຫ້ປະຊາຊົນລາວເອງເປັນຜູ້ຄຸ້ມຄອງບໍລິຫານ ແລະ ຜູ້ບຳລຸງຮັກສາໂຄງການທັງໝົດເລີຍ.
ສະຫຼຸບແລ້ວ, ໂດຍຜ່ານມາດຕະການຕ່າງໆໃນການສ້າງບ້ານແຫ່ງໃໝ່ໃຫ້ແກ່ປະຊາຊົນຜູ້ຍົກຍ້າຍ, ບໍ່ພຽງແຕ່ເຮັດໃຫ້ເຂົ້າເຈົ້າມີຊີວິດການເປັນຢູ່ນັບມື້ນັບດີຂຶ້ນເທົ່ານັ້ນ, ທີ່ສຳຄັນຍິ່ງກໍຍັງຈະເຮັດໃຫ້ພີ່ນ້ອງປະຊາຊົນໄດ້ຫັນປ່ຽນແນວຄິດ ແລະ ເບິ່ງກວ້າງມອງໄກ, ມີຄວາມຮູ້ຄວາມສາມາດ ແລະ ສີມືສູງຂຶ້ນ ທັງມີສະຕິທີ່ເປັນເຈົ້າການດຳເນີນການຜະລິດເປັນສິນຄ້າເພື່ອສ້າງລາຍຮັບໃຫ້ແກ່ຄອບຄົວ ແລະ ບັນລຸການພັດທະນາແບບຍືນຍົງ.
ນັບແຕ່ພັກ ແລະ ລັດຖະບານ ສປປ ລາວກຳນົດເປົ້າໝາຍພົ້ນອອກຈາກຄວາມທຸກຍາກເມື່ອປີ 2001ເປັນຕົ້ນມາ, ວຽກງານຫຼຸດຜ່ອນຄວາມທຸກຍາກໄດ້ຮັບຄວາມຄືບໜ້າຢ່າງຫຼວງຫຼາຍ, ເມື່ອຮອດທ້າຍປີ 2018, ຈຳນວນຄອບຄົວທຸກຍາກຍັງເຫຼືອ 6 ໝື່ນກວ່າຄອບຄົວ, ເທົ່າກັບ 5,34% ຂອງຍອດຈຳນວນຄອບຄົວໃນທົ່ວປະເທດ, ຈາກນີ້ເຫັນໄດ້ວ່າ ວຽກງານຫຼຸດຜ່ອນຄວາມທຸກຍາກຍັງຜະເຊີນກັບວຽກໜັກສົມຄວນ. ສະນັ້ນ, ເນື່ອງຈາກວ່າວຽກງານຍົກຍ້າຍປະຊາຊົນຜູ້ຖືກຜົນກະທົບໃນໂຄງການ “ໜຶ່ງແລວໜຶ່ງເສັ້ນທາງ” ນັ້ນໄດ້ມີປະສິດທິຜົນທີ່ດີໃນການຊຸກຍູ້ວຽກງານຫຼຸດຜ່ອນຄວາມທຸກຍາກ ແລະ ພັດທະນາແບບຍືນຍົງ, ດັ່ງນັ້ນ, ການທີ່ມີສ່ວນຮ່ວມຢ່າງຕັ້ງໜ້າເຂົ້າໃນໂຄງການຮ່ວມມື ໃນການຈັດຕັ້ງປະຕິບັດແຜນຍຸດທະສາດທີ່ຫັນເປັນປະເທດເຊື່ອມຈອດໃນອະນຸພາກພື້ນ, ອາດຈະເປັນໂອກາດດີທີ່ຈະເຮັດໃຫ້ວຽກງານຫຼຸດຜ່ອນຄວາມທຸກຍາກຂອງປະເທດລາວເຮົາຈະໄດ້ຮັບຄວາມຄືບໜ້າໃໝ່.
(ໂດຍ: ອະນຸພອນ ນັກຂ່າວສະຖານີວິທະຍຸໂທລະພາບສູນກາງຈີນ CMG)