ຂະ​ແໜງ​ການທ່ອງທ່ຽວ​ລາວ​ຊົມ​ເຊີຍ​ໂອກາດ​ໃໝ່​ຈາກ​ການ​ຮ່ວມ​ມື “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ”

2019-04-25 18:24:46 |ມາຈາກ: CRI

ແຕ່​ວັນ​ທີ 25 ຫາ ວັນ​ທີ 27 ​ເມສາ​ນີ້, ກອງ​ປະຊຸມ​ສຸດ​ຍອດ​ເວທີ​ປຶກສາ​ຫາລື​ການ​ຮ່ວມ​ມື“ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ”ຄັ້ງ​ທີ 2 ຈະ​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ປັກ​ກິ່ງ. ​ໃນ​ເວລາ​ໃຫ້ສຳພາດ​ຕໍ່​ນັກ​ຂ່າວ, ບຸກຄົນ​ໃນ​ວົງ​ການທ່ອງທ່ຽວ​ຂອງ​ລາວ​ກ່າວ​ວ່າ, ຄຽງ​ຄູ່​ກັບ​ການ​ຮ່ວມ​ມື​ພາຍ​ໃຕ້​ຂອບ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ” ລະຫວ່າງ​ຈີນ ​ແລະ​ ລາວ ມີ​ຄວາມ​ຄືບ​ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ, ​ເສັ້ນທາງ​ຄົມມະນາຄົມມີ​ຄວາມ​ສະດວກ​ຍິ່ງ​ຂຶ້ນ, ການ​ແລກປ່ຽນ​ເພີ່ມ​ຂຶ້ນ, ນັກ​ທ່ອງ​ທ່ຽວ​ຈີນ​ທີ່​ໄປ​ທ່ຽວ​ປະ​ເທດ​ລາວ​ກໍ​ເພີ່ມ​ຂຶ້ນ​ເຊັ່ນ​ກັນ. ວົງ​ການທ່ອງທ່ຽວ​ຂອງ​ລາວ​ຫວັງ​ຢາກ​ໃຫ້​ສອງ​ປະ​ເທດ​ລົງ​ເລິກ​ການ​ຮ່ວມ​ມື“ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ”​ຕື່ມ​ອີກ, ຊຸກຍູ້​ຂະ​ແໜງ​ການທ່ອງທ່ຽວ​​ໃຫ້​ພັດທະນາ​ຢ່າງ​ວ່ອງ​ໄວ.

ເມືອງ​ວັງ​ວຽງ​​ແຂວງ​ວຽງ​ຈັນ​ຫ່າງ​ຈາກ​ນະຄອນຫຼວງ​ວຽງຈັນ 160 ກິ​ໂລ​ແມັດ, ມີ​ທິວ​ທັດ​ທຳ​ມະ​ຊາດ​ສວຍ​ງາມ, ​ແລະ​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບ​ຈາກ​ນັກ​ທ່ອງ​ທ່ຽວ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ. ທ່ານ​ຫົງ​ຄຳ ​ແກ້ວ​ດວງ​ສີ ຮອງ​ປະທານ​ສະມາຄົມ​ນັກທຸລະກິດ​ໜຸ່ມ​ເມືອງ​ວັງ​ວຽງ​ໄດ້​ຢືນ​ຢັນ​ການ​ປ່ຽນ​ແປງ​ໃນ​ການ​ພັດ​ທະ​ນາ​ອັນ​ໃຫຍ່​ຫຼວງ​ຂອງ​ວັງ​ວຽງ. ທ່ານ​ບອກ​ນັກ​ຂ່າວ​ວ່າ:

“ໃນ​ເມື່ອ​ກ່ອນ, ຟາກ​ນ້ຳ​ຊອງ​ເບື້ອງ​ນີ້​ບໍ່​ມີ​ການ​ພັດ​ທະ​ນາ,ແຕ່​ວ່າ​ໃນ​ປະ​ຈຸ​ບັນ​ນີ້ໄດ້​ຮັບ​ການ​ພັດ​ທະ​ນາ​ທຸກ​ຢ່າງ,ມີ​ການ​ກະ​ກຽມ​ທີ່​ເລີ່ມ​ສ້າງ​ໂຮງ​ແຮມ ຣີ​ຊອດ, ​ຈົນ​ຮອດ​ຫ່າງ​ໄກ​ຈາກ​ຕົວ​ເມືອງກໍ​ໄດ້​ຮັບ​ການ​ພັດ​ທະ​ນາ, ຖ້າ​ທຽບ​ໃສ່​ເມື່ອ​ກ່ອນ ຢູ່​ເຂດ​ໃດທີ່​ອ່າວ​ໄກ​ ບໍ່​ໄດ້​ມີ​ການ​ພັດ​ທະ​ນາ. ນັກ​ທ່ອງ​ທ່ຽວ​ຈີນ​ກໍ​ມີ​ການ​ເພີ່ມ​ຂຶ້ນ, ເພາະ​ວ່າ​ເມື່ອ​ກ່ອນ​ຕາມ​ຂ້າ​ພະ​ເຈົ້າ​ເຫັນ​ມີ​ກໍ​ມີ​ແຕ່​ສຸກ​ເສົາ​ທິດ​ທີ່​ເປັນ​ຄະ​ນະ​ທົວ,ໃນ​ປະ​ຈຸ​ບັນ​ນີ້​ມີ​ເກືອບ​ທຸກ​ມື້.”

ທ່ານ​ສົມ​ພັນ ສິສຸລາ​ດ, ປະທານ​ສະມາຄົມ​ໂຮງ​ແຮມ​​ເມືອງ​ວັງ​ວຽງ​ເຫັນ​ວ່າ, ການທ່ອງທ່ຽວ​ຂອງ​ວັງ​ວຽງກຳ​ລັງ​ໄດ້​ຮັບ​ໂອກາດ​ທີ່​ດີ​ໃນ​ການ​ພັດທະນາ. ທ່ານ​ກ່າວ​ວ່າ,“​ເມື່ອ​ມີ​ທາງ​ລົດ​ໄຟ ​ແລະ ທາງ​ດ່ວນ​ແລ້ວ, ​ຄາດ​ວ່າ​ຈະ​ມີນັກ​ທ່ອງ​ທ່ຽວ​ທີ່​ມາ​ວັງ​ວຽງ​ຈະ​ເພີ່ມ​ຂຶ້ນຫຼາຍ​ເທົ່າ.”

ທາງ​ລົດ​ໄຟ​ທີ່​ທ່ານ​ສົມ​ພັນ ສິສຸລາ​ດ​ເວົ້າ​ເຖິງ​ນັ້ນ​ກໍ​ແມ່ນ​ທາງ​ລົດ​ໄຟ​ລາວ​ຈີນ. ​ປະ​ເທດ​ລາວ​ເປັນ​ປະ​ເທດ​ດຽວ​ເທົ່າ​ນັ້ນ​ທີ່​ບໍ່​ມີ​ທາງ​ອອກ​ສູ່​ທະ​ເລ​ຢູ່​ແຫຼມ​ອິ​ນ​ໂດ​ຈີນ. ​​ເປັນ​ເວລາ​ດົນ​ນານ​ມາ​ແລ້ວ, ​ເສັ້ນທາງ​ຄົມມະ​ນາ​ຄົມ​ທີ່​ບໍ່​ສະດວກ​ໄດ້​ກົດ​ໜ່ວງ​ການ​ພັດທະນາ​ຂອງ​ປະ​ເທດ​ລາວ. ​ເສັ້ນທາງ​ລົ​ດ​ໄຟ​ລາວ​ຈີນ​ເປັນ​ໂຄງການ​ຂີດ​ໝາຍ​ສຳ​ຄັນ​ຂອງ​ການ​ຮ່ວມ​ມື​ລາວ​ຈີນ​ໃນ​ຂອບ“ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ”, ຫຼັງ​ຈາກ​ສ້າງ​ສຳ​ເລັດ​ຈະ​ປ່ຽນ​ແປງ​ປະຫວັດສາດ​ໜ້າ​ໃໝ່​ທີ່​ປະ​ເທດ​ລາ​ວບໍ່​ເຄີຍ​ມີ​ທາງ​ລົດ​ໄຟ​ມາດຕະຖານ, ​​ຈະ​ຊ່ວຍ​ຍົກ​ສູງ​ປະສິດທິພາບ​ການ​ຂົນ​ສົ່ງ, ​ແລະ​ຊຸກ​ດັນ​ໃຫ້​ເສດຖະກິດ​ສັງຄົມ​ຂອງ​ລາວ​ມີ​ການພັດທະ​ນາ​ຢ່າງ​ວ່ອງ​ໄວ. ຮອດ​ເວລາ​ນັ້ນ, ຂະ​ແໜງ​ການທ່ອງທ່ຽວ​ກໍ​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຢ່າງ​ໃຫຍ່​ຫຼວງ​ເຊັ່ນ​ກັນ.

ທ່ານນາງ ​ບົວ​ແກ້ວ ຮຸ່ງ​ອາ​ລຸນ, ​ຜູ້​ຈັດການ​ໂຮງ​ແຮມ​ມະ​ໂນ​ລັກ​ຫຼວງ​ພະ​ບາງ​ບອກ​ນັກ​ຂ່າວ​ວ່າ, ​ເພິ່ນ​ໄດ້​ວາງ​ແຜນ​ຂະຫຍາ​ຍ​ໂຮງ​ແຮມ ​ແລະ ສ້າງ​ຣີ​ສອດ​ແຫ່ງ​ໃໝ່​ຢູ່​ໃກ້​​ແຫຼ່ງ​ທ່ອງ​ທ່ຽວ, ​ເພື່ອ​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ຕື່ມ​ຫຼັງ​ທາງ​ລົດ​ໄຟ​ເປີດ​ບໍລິການ​ແລ້ວ.

ຫຼວງ​ພະ​ບາງ​ເປັນເມືອງມໍລະດົກ​​ທາງທຳ​ມະ​ຊາດ ​ແລະ ວັດທະນະທຳ​ຂອງ​ໂລກທີ່​ມີ​ຊື່​ສຽງ, ​ແລະກໍ​ເປັນ​ຈຸດໝາຍ​ປາຍທາງ​ຂອງ​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ຈຳນວນ​ຫຼວງ​ຫຼາຍ. ທ່ານ​ສຸລິ​ທິດ ໜໍ່​ຂຸນ​ຜົນ ຫົວໜ້າ​ພະ​ແນ​ກຖະ​ແຫຼງຂ່າວ ວັດທະນະທຳ ​ແລະ​ທ່ອງ​ທ່ຽວ​​ແຂວງ​ຫຼວງ​ພະ​ບາງ​ໄດ້​ໃຊ້​ຄຳ​ປຽບທຽບ​ວ່າ, ຖ້າວ່າ ການ​ຍົກ​ລະດັບ​ເງື່ອນ​ໄຂ​ຄົມມະ​ນາ​ຄົມ ການ​ກິນ ການ​ຢູ່​ແມ່ນ​ການ​ປັບປຸງ​ຮາດ​ແວ, ການ​ຍົກ​ລະດັບ​ການ​ບໍລິການ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ​ກໍ​ເໝືອນ​ກັບ​ການ​ອັດ​​ເດດ​ຊັ​ອບ​ແວ. ທ່ານ​ກ່າວ​ຕື່ມ​ວ່າ, ຫຼວງ​ພະ​ບາງ​ຈະ​ເລັ່ງລັດ​ດຶງ​ດູດ​ການ​ລົງທຶນ​ຂອງ​ນັກທຸລະກິດ​ຈີນ, ລົງ​ເລິກ​ການ​ຮ່ວມ​ມື​ກັບ​ພາກສ່ວນ​ທີ່​ກ່ຽວ​ຂ້ອງ​ຂອງ​ຝ່າຍ​ຈີນ, ​ເພື່ອ​ຍົກ​ລະດັບ​ຄວາມ​ສາມາດ​ດ້ານ​ການ​ບໍລິການ​ທ່ອງ​ທ່ຽວ​ໃຫ້​ສູງ​ຂຶ້ນ​ເລື້ອຍໆ.

ທ່ານ​ບອກ​ນັກ​ຂ່າວ​ວ່າ:“ເສັ້ນ​ທາງ​ລົດ​ໄຟ​ລາວ​ຈີນສ້າງ​ສຳ​ເລັດ​ຈະ​ເຮັດ​ໃຫ້​ການ​ໄປ​ມາ​ຫາ​ສູ່​ກັນ​ມີ​ຄວາມ​ສະ​ດວກ​ສະ​ບາຍ,ສອງ​ປະ​ເທດ​ລາວ​ຈີນ​ຈະ​ມີ​ການ​ຮ່ວມ​ມື​ກ້າວ​ສູ່​ລວງ​ເລິກໃນ​ຂອບ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”,ເຮັດ​ໃຫ້​ປະ​ເທ​ດ​ລາວ​ຈາກ​ປະ​ເທດ landlockedກາຍ​ ເປັນປະ​ເທດ ​landlinked,ນີ້​ຈະ​ເປັນ​ແຮງ​ຊຸກ​ດັນ​ອັນ​ໃຫຍ່ຫຼວງ​ໃຫ້​ແກ່​ຂະ​ແໜງ​ການ​ທ່ອງ​ທ່ຽວ​ຂອງ​ລາວໃຫ້​ມີ​ການ​ພັດ​ທະ​ນາ​ຢ່າງວ່ອງ​ໄວ ແລະ​ມີ​ຄວາມ​ກ້າວ​ໜ້າ.”

ອີງ​ຕາມສະຖິຕິ​ຂອງ​ກະຊວງ​ຖະ​ແຫຼ​ງຂ່າວ ວັດທະນະທຳ ​ແລະ​ທ່ອງ​ທ່ຽວ​ລາວ​ສະ​ແດງ​ໃຫ້​ເຫັນ​ວ່າ, ປີ 2018 ມີ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດຫຼາຍ​ກວ່າ 4 ລ້ານ 1 ​ແສນ​ເທື່ອ​ຄົນ​ໄປ​ທ່ຽວ​ປະ​ເທດ​ລາວ. ​ໃນ​ນັ້ນ, ນັກ​ທ່ອງ​ທ່ຽວ​ຈີນ​ກວມ​ປະມານ 1 ສ່ວນ 5. ຕັ້ງ​ແຕ່​ເລີ່ມ​ເປີດປີ​ທ່ອງ​ທ່ຽວ​ລາວ​ຈີນ 2019 ​ເປັນ​ຕົ້ນ​ມາ, ສອງ​ປະ​ເທດ​ໄດ້​ຈັດກິດຈະກຳ​ຕ່າງໆ, ​ເຊັ່ນ: ການ​ໂຄສະນາ​ການທ່ອງທ່ຽວ, ກອງ​ປະຊຸມ​ເວທີ​ປຶກສາ​ຫາລື, ການ​ອົບຮົມ, ການສະ​ແດງ​ສິລະ​ປະ, ​ເທດສະການ​ອາຫານ ​ແລະ​ອື່ນໆ, ຄາດ​ວ່າ​ປີ 2019 ນີ້​ຈະ​ມີ​ນັກ​ທ່ອງ​ທ່ຽວ​ຈີນ​​ໄປ​ທ່ຽວ​ລາວ​ຫຼາຍ​ກວ່າ 1 ລ້ານ​ເທື່ອ​ຄົນ.

ອີງ​ຕາມ​ສະຖິຕິ, ຂະ​ແໜງ​ການທ່ອງທ່ຽວ ​ແລະ​ຂະ​​ແໜງ​ການ​ອ້ອມ​ຂ້າງ​ໄດ້​ກາຍ​ເປັນ​ຂະ​ແໜງ​ການ​ເສົາ​ຄໍ້າ​ຂອງປະ​ເທດ​ລາວ, ​ໄດ້​ສ້າງ​ວຽກ​ເຮັດ​ງານ​ທຳ​ຫຼາຍ​ກວ່າ 3 ​ແສນ 8 ໝື່ນ 5 ພັນ​ຕຳ​ແໜ່​ງ, ອັດຕາ​ປະກອບສ່ວນ​ເຂົ້າ​ໃນ GDP ຫຼາຍ​ກວ່າ 10%. ​ເຊື່ອ​ໝັ້ນ​ວ່າ​ຄຽງ​ຄູ່​ກັບ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ລາວ​ຈີນ​​ໃນຂອບ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ”ກ້າວ​ສູ່​ລວງ​ເລິກ​ຢ່າງ​ບໍ່​ຢຸດ​ຢັ້ງ, ສະ​ນັ້ນ​ບໍ່​ພຽງ​​ແຕ່​ແມ່ນ​ຂະ​ແໜງ​ການທ່ອງທ່ຽວ, ​ແຕ່​ຍັງ​ມີ​ຂະ​ແໜງ​ການ​ອື່ນໆ​ກໍ​ຈະ​ໄດ້​ຮັບ​ການ​ເຕີບ​ໂຕ​ໄວ​ຂຶ້ນ​ພ້ອມ​ທັງ​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຮ່ວມ​ກັນ​ຢ່າງຫຼວງຫຼາຍ​ເຊັ່ນ​ກັນ.