ຄະນະຜູ້ແທນນະຄອນຫລວງວຽງຈັນຢ້ຽມຢາມນະຄອນຄຸນໝິງ

2019-05-05 15:33:18 |ມາຈາກ: 昆明日报

ວັນທີ 29 ເມສາ-ວັນທີ 1 ພຶດສະພາ, ທ່ານ ດຣ ສີນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ, ເລຂາຄະນະພັກນະຄອນຫຼວງວຽງຈັນ, ກຳມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວເຂົ້າຮ່ວມກອງປະຊຸມສຸດຍອດເວທີປຶກສາຫາລືການຮ່ວມມືສາກົນ “ໜຶ່ງແລວ ໜຶ່ງເສັ້ນທາງ” ຄັ້ງທີ 2 ທັງນຳພາຄະນະຜູ້ແທນນະຄອນຫລວງວຽງຈັນຢ້ຽມຢາມນະຄອນຄຸນໝິງ.

ທ່ານ ເຊີງເລຍຢວນ ເລຂາຄະນະພັກນະຄອນຄຸນໝິງ, ຄະນະກຳມະການປະຈຳຄະນະພັກແຂວງ ພົບປະກັບ ທ່ານ ດຣ ສີນລະວົງ ຄຸດໄພທູນ,ສອງຝ່າຍດໍາເນີນການແລກປ່ຽນຢ່າງເລິກເຊິ່ງກ່ຽວກັບການເພີ່ມທະວີການພົວພັນລະຫວ່າງຕົວເມືອງມິດຕະພາບສາກົນ ແລະ ເປີດກວ້າງການຮ່ວມມືກັນຢ່າງຈິງຈັງ.

ໃນລະຫວ່າງການຢ້ຽມຢາມຄຸນໝິງ, ຍັງໄດ້ຈັດກິດຈະກຳຫຼາຍລາຍການຄື ການແຂ່ງຂັນມິດຕະພາບກິລາເຕະບານຊາວຫນຸ່ມນະຄອນຄຸນໝິງ-ນະຄອນຫຼວງວຽງຈັນ, ການສະແດງແລກປ່ຽນສິລະປະຂອງນັກຮຽນນະຄອນຄຸນໝິງ-ນະຄອນຫຼວງວຽງຈັນ.