ທ່ານ ສີ​ຈິ້ນ​ຜິງ ​ສົ່ງ​ຈົດ​ໝາຍ​ຕອບ​ໃຫ້​ຄູ​ແລະ​ນັກ​ຮຽນ​ຂອງ​ໂຮງ​ຮຽນ​ປະ​ຖົ​ມບ້ານໜອງ​ປິງ​ລາວ

2019-05-05 16:39:51 |ມາຈາກ: CRI

ກ່ອນຈະ​ເດີນ​ທາງ​ໄປ​ຈີນ​ເພື່ອ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຍ່ອຍ​ວ່າ​ດ້ວຍ​ການ​ເຊື່ອມ​ສາຍ​ພົວ​ພັນ​ທາງ​ຈິດ​ໃຈ​ຂອງປະ​ຊາ​ຊົນ​ຂອງກອງ​ປະ​ຊຸມ​ສຸດຍອດ​ເວ​ທີ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມື​ສາ​ກົນ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ຄັ້ງ​ທີ 2, ຄູ​ແລະ​ນັກ​ຮຽນ​ທີ່​ຕາງ​ໜ້າ​ໂຮງ​ຮຽນ​​ປະ​ຖົມ​ບ້ານໜອງ​ປິງ​ມິດ​ຕະ​ພາບ​ລາວ​-ຈີນ​ຂອງ​ລາວ​ໄດ້​ສົ່ງ​ຈົດ​ໝາຍ​ໄປ​ຍັງ​ທ່ານ​ສີ​ຈິ້ນ​ຜິງ ເລ​ຂະ​ທິ​ການ​ໃຫຍ່​​ຄະ​ນະ​ກຳ​ມະ​ການສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ປະ​ທານ​ປະ​ເທດ​ຈີນ ໂດຍ​ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຢ່າງ​ຈິງ​ໃຈ​​ຕໍ່​ຈີນ​ທີ່​ໃຫ້​ ​ການ​ຊ່ວຍ​ເຫຼືອໃນ​ການກໍ່​ສ້າງ​ໂຮງ​ຮຽນ​​ປະ​ຖົມ​ບ້ານໜອງ​ປິງ​ມິດ​ຕະ​ພາບ​ລາວ​-ຈີນ ທັງ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ປາດ​ຖະ​ໜາ​ອັນ​ຕັ້ງ​ໜ້າ​ທີ່​ເຂົ້າ​ຮ່ວມ​ການ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”. ທ່ານ​ສີ​ຈິ້ນ​ຜິງ​​ກໍ​ໄດ້ສົ່ງ​ຈົດ​ໝາຍ​ຕອບ​ແກ່​ຄູ​ແລະ​ນັກ​ຮຽນ​ດັ່ງ​ກ່າວ, ສົ່ງ​ເສີມ​ໃຫ້​ເຂົາ​ເຈົ້າ​ເປັນ​ຜູ້​ສື​ບ​ທອດ​ມິດ​ຈະ​ພາບ​ລາວ-ຈີນ.

ໃນຈົດ​ໝາຍ​​ຕອບຂອງທ່ານ​ສີ​ຈິ້ນ​ຜິງ​ໄດ້ຂຽນ​ວ່າ, ຂ້າ​ພະ​ເຈົ້າ​ໄດ້​ຮັບ​ຮູ້​ຈາກ​ຈົດ​ໝາຍ​ຂອງ​ພວກ​ເຈົ້າ​ວ່າ, ການ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ໄດ້​ເຮັດ​ໃຫ້​ໂຮງ​ຮຽນ​ແລະ​ບ້ານ​ເກີດ​ເມືອງນອນ, ການ​ຮ່ຳ​ຮຽນ​ແລະ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ພວກ​ເຈົ້າ​ມີ​ການ​ປ່ຽນ​ແປງ​ທີ່​ຕັ້ງ​ໜ້າຫຼາຍ​ຢ່າງ. ການ​ທີ່​ເຮັດ​ໃຫ້​ປະ​ເທດ​ລຽບ​ຕາມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”​ ພັດ​ທະ​ນາ​ຮ່ວມ​ກັນ ແລະເຮັດ​ໃຫ້​ປະ​ຊາ​ຊົນ​ມີ​ຊີ​ວິດ​ການ​ເປັນ​ຢູ່​ທີ່​ດີ​ຂຶ້ນ​ແມ່ນ​ອຸ​ດົມ​ການ​ແຕ່​ຫົວ​ທີ​ທີ່​ຂ້າ​ພະ​ເຈົ້າ​ສະ​ເໜີ​ຂໍ້​ລິ​ເລີ່ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”. ການ​ເພີ່ມ​ທະ​ວີການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ລະ​ຫວ່າງ​ລາວ-ຈີນ, ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ​ລາວ-​ຈີນ​ໃນ​ຂອບ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ແມ່ນ​ເນື້ອ​ໃນ​ສຳ​ຄັນ​ຂອງ​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ລາວ-​ຈີນ. ລາວ​ແລະ​ຈີນ​ເພີ່​ມ​ທະ​ວີ​ການ​ຮ່ວມ​ມື, ເຮັດ​ໃຫ້​ໂຄງ​ການ​ທີ່​ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ປະ​ຊາ​ຊົນ​ຫຼາຍກວ່າ​ເກົ່າ​ໄດ້​ຮັບ​ການຈັດ​ຕັ້ງ​ປະ​ຕິ​ບັດ​ຕົວ​ຈິງ ເຊິ່ງ​ຈະ​​ເຮັດ​ໃຫ້​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ພວກ​ເຮົາ​ມີ​ຄວາມ​ສຸກຫຼາຍ​ກວ່າ​ເກົ່າ. ຂ້​າ​ພະ​ເຈົ້າ​ຫວັງ​ວ່າຈະ​ມີ​​ຜູ້​ເຊື່ອມ​ສາຍ​ພົວ​ພັນ​ທາງ​ຈິດ​ໃຈ​ຂອງ​ປະ​ຊາ​ຊົນ ຄື​ດັ່ງ​ກອງ​ທຶນ​ພັດ​ທະ​ນາ​ສັນ​ຕິ​ພາບ​ຈີນ​ນັ້ນຫຼາຍ​ກວ່າ​ເກົ່າ ດຳ​ເນີນ​ການ​ຮ່ວມ​ມືຢູ່​ບັນ​ດາ​ປະ​ເທດ​ລຽບ​ຕາມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ເພື່ອ​ສ້າງ​ຄວາມ​ສຸກ​ໃຫ້​ແກ່​ປະ​ຊາ​ຊົນ. ຫວັງ​ວ່າຫຼານ​ນ້ອຍນັກ​ຮຽນ​ທັງຫຼາຍ​ຈະ​ຮຽນ​ໃຫ້​ເກັ່ງ ເພື່ອ​ພັດ​ທະ​ນາ​ກາຍ​ເປັນ​ເສົາ​ຫຼັກ​ຂອງ​ປະ​ເທດ​ຊາດ ແລະ ເປັນ​ຜູ້​ສືບ​ທອດມິດ​ຕະ​ພາບ​ລາວ​ຈີນ. ຂໍ​ອວຍ​ພອນ​ໃຫ້​ໂຮງ​ຮຽນ​​ປະ​ຖົມ​ບ້ານໜອງ​ປິງ​ມິດ​ຕະ​ພາບ​ລາວ​ຈີນ​​ຈິ່ງພັດ​ທະ​ນາ​​ກ້າວ​ຂຶ້ນ​ເລື້ອໆ. ຍິນ​ດີ​ຕ້ອນ​ຮັບ​ພວກ​ເຈົ້າຂີ່​ຂະ​ບວນ​ລົດ​ໄຟ​ລາວ​-ຈີນ​ມາ​ຢ້ຽມ​ຢາມ​ປັກ​ກິ່ງ​ໃນ​ອີກບໍ່​ດົນ​ຂ້າງ​ໜ້າ.