ງານຕະຫຼາດ​ນັດ​ກວາງ​ໄຈ​ວງທີ 125 ​ໄດ້​ສິ້ນ​ສຸດ​ລົງ

2019-05-06 17:23:07 |ມາຈາກ: CRI

ວັນ​ທີ 5 ພຶດສະພາ​ນີ້, ງານຕະຫຼາດນັດ​ສິນຄ້າ​ຂາ​ເຂົ້າຂາ​ອອກ​ຈີນ ຫຼື ງານ​ຕະຫຼາດນັດ​ກວາງ​ໂຈ່​ວຄັ້ງທີ 125 ​ໄດ້​ສິ້ນ​ສຸດ​ລົງ, ມູນ​ຄ່າ​ການ​ຄ້າສົ່ງ​ອອກ, ຈຳນວນ​ນັກທຸລະກິດ​ຈັດ​ຊື້​ທີ່ເຂົ້າ​ຮ່ວມງານ​ຕະຫຼາດນັດ​ຄັ້ງ​ນີ້​​ຫຼຸດ​ລົງ​ໜ້ອຍ​ໜຶ່ງ​ເ​ມື່ອທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2018, ​ແຕ່​ສະພາບ​ການ​ສົ່ງ​ອອກ​ສິນຄ້າ​ສູ່​ບັນດາ​ປະ​ເທດ ​ແລະ​​ເຂດ​ແຄ້ວ​ນລຽບ​ຕາມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ” ມີ​ທ່າ​ອ່ຽງທີ່​ດີ, ມູນ​ຄ່າ​ເພີ່ມ​ຂຶ້ນ​ເກືອບ 10% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2018.

ງານ​ຕະຫຼາດນັດ​ຄັ້ງ​ນີ້​ມີ​ຜູ້​ຈັດ​ຊື້​​ເກືອ​ບ 2 ​​ແສນ​ຄົນ​ຈາກ 213 ປະ​ເທດ ​ແລະ​ເຂດ​ແຄວ້ນທົ່ວ​ໂລກ​ເຂົ້າ​ຮ່ວມ ​​ເຊິ່ງ​ໄດ້ສົ່ງ​ອອກ​ສິນຄ້າ​ສູ່​ບັນດາ​ປະ​ເທດ ​ແລະ​ເຂດ​ແຄວ້ນ​ລຽບ​ຕາມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ” ບັນລຸ​ເຖິງ 10,63 ຕື້​ໂດ​ລາ​ສະຫະລັດ ​ເພີ່ມ​ຂຶ້ນ 9,9% ​ເມື່ອ​ທຽບ​ໃສ່​ປີ 2018, ກວມ​ມູນ​ຄ່າ​ທັງ​ໝົດ 35,8%. ມີຜູ້​ຈັດ​ຊື້​ຈາກ​ບັນດາ​ປະ​ເທດ ​ແລະ​ເຂດ​​ແຄວ້ນ​ລຽບ​ຕາມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ” ຫຼາຍ​ກວ່າ 88 ພັນ​ຄົນ​ເຂົ້າ​ຮ່ວມ, ກວມ​ເອົາ​ຜູ້​ເຂົ້າ​ຮ່ວມ​ງານ​ທັງ​ໝົດ 45% ​ເພີ່ມ​ຂຶ້ນຕື່ມ​ອີກ​ເມື່ອ​ທຽບໃສ່​ປີ 2018.

ງານ​ຕະຫຼາດນັດ​ຄັ້ງ​ນີ້​ມີ​ຜູ້​ຈັດ​ຊື້​ຂອງ​ອາ​ຊຽນຈຳນວນ​ຫຼວງຫຼາຍ, ​ເພີ່ມ​ຂຶ້ນ 4,79% ​ເມື່ອທຽບ​ໃສ່​ປີ 2018, ​ໃນ​ນັ້ນ ຜູ້​ຈັດ​ຊື້​ຈາກ​ໄທ, ມາ​ເລ​ເຊຍ, ຫວຽດນາມ, ສິງກະ​ໂປ ​ແລະ​ກຳປູ​ເຈຍ​​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ.