ແຜນ​ການ​ດຳ​ເນີນ​ງານຮ່​ວມ​ກັນ​ສ້າງ​​ຄູ່​ຮ່ວມ​ຊາ​ຕາ​ກຳ​​ຈີນ-ກຳປູ​ເຈຍ​ສະ​ແດງ​ໃຫ້​ເຫັນ​ວ່າ​ການ​ພົວ​ພັນ​ ​ສອງ​ປະ​ເທດ​ໄດ້​ກ້າວຂຶ້ນສູ່​ລະ​ດັບ​ໃໝ່

2019-05-06 17:26:13 |ມາຈາກ: CRI

ວັນ​ທີ 28 ເມ​ສາ​ແລ້ວ​ນີ້, ແຜນ​ການ​ດຳ​​ເນີນ​ງານ​ຮ່ວມ​​ກັນ​ສ້າງ​ຄູ່​ຮ່ວມ​ຊາ​ຕາ​ກຳ​ຈີນ-ກຳ​ປູ​ເຈຍ​ໄດ້​ລົງ​ນາມ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ ສ​ປ ຈີນ​ຢ່າງ​ເປັນ​ທາງ​ການ​. ວັນ​ທີ 5 ພຶດ​ສະ​ພາ​ນີ້​ໃນ​ໂອ​ກາດ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ຢູ່​ພະ​ນົມ​ເປັນ, ທ່ານ​ຫວາງ​ເວີນ​ທ່ຽນ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ກຳ​ປູ​ເຈຍ​ກ່າວ​ວ່າ, ແຜນ​ການ​​ດຳ​ເນີນ​ງານສະ​ບັບ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ​ໄດ້​ກ້າວ​​ຂຶ້ນ​ສູ່​ລະ​ດັບ​ໃໝ່.

ທ່ານ​ຫວາງ​ເວີນ​ທ່ຽນ ກ່າວ​ວ່າ, ແຜນ​ການ​ດັ່ງ​ກ່າວ​ແມ່ນ​ໝາກ​ຜົນ​ສຳ​ຄັນ​ທີ່​ສຸດ​ໃນ​ເວ​ລາທີ​ທ່ານ​ຮຸນ​ແຊນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ກຳ​ປູ​ເຈຍ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​​ເວ​ທີ​ປຶກ​ສາ​ຫາ​ລືການ​ຮ່ວມ​ມື​ສາ​ກົນ​ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ຄັ້ງ​ທີ 2, ​ທັງແມ່ນ​ເອ​ກະ​ສານ​ໂຄງ​ການ​ສະ​ບັບ​ໜຶ່ງ​ທີ່​ຊີ້​ນຳ​ການ​ພັດ​ທະ​ນາ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ຈີນ-ກຳ​ປູ​ເຈຍ: ໜຶ່ງ​, ມີ​ເນື້ອ​ໃນ​ຮອບ​ຄອ​ບ, ​ມີ​ເປົ້າ​ໝາຍ​ແລະ​ມາດ​ຕະ​ການ 31 ຂໍ້​ທີ່​ປົກ​ຫຸ້ມ 5 ຂົງ​ເຂດການ​ຮ່ວມ​ມື​ຄື: ການ​ເມືອງ, ຄວາມ​ໝັ້ນ​ຄົງ, ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ​ແລະ​ຫຼາຍ​ຝ່າຍ. ສອງ, ມາດ​ຕະ​ການ​ຕ່າງໆ​ທັງ​ຕິດ​ແທດ​ຕົວ​ຈິງ​ທັງ​ລະ​ອຽດ, ປະ​ຕິ​ບັດ​ໄດ້​ງ່າຍ. ສາມ, ການ​ຮ່ວມ​ມື​ລະ​ຫວ່າງ​ຈີ​ນ-​ກຳ​ປູ​ເຈຍ​ບໍ່​ພຽງ​ແຕ່​ກວ້າງ​ຂວາງກວ່​າ​ເກົ່າ, ຍັງ​ຈະ​ພັດ​ທະ​ນາ​ໃຫ້ເລິກ​ເຊິ່ງກວ່າ​ເກົ່າ.

ທ່ານ​ຫວາງ​ເວີນ​ທ່ຽນ​ກ່າວ​ຕື່​ມ​ວ່າ, “ກາ​ນ​ເຊັນ​ແຜນ​ການ​ດຳ​ເນີນ​ງານ​ດັ່ງ​ກ່າວ​ບໍ່​ພຽງ​ແຕ່​ມີ​ຜົນ​ດີ​ຕໍ່​ການ​ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​​ໃຫ້ຂະ​ຫຍາຍ​ຕົວ​ຢ່າງ​ໝັ້ນ​ທ່ຽງ​ແລະ​ຍາວ​​ນານ​ເທົ່າ​ນັ້​ຮນ, ​ຍັງ​​ເປັນ​ການຈະ​ເສີມ​ຂະ​ຫຍາຍ​ບົດ​ບາດ​ນຳ​ພາ​ແລະ​​ເປັນແບບ​ຢ່າງ​ສຳ​ຄັນ​ຕໍ່​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ລະ​ຫວ່າງ​ປະ​ເທດ​ອ້ອມ​ຂ້າງ​ກໍ​ຄື​ປະ​ຊາ​ຄົມ​ຮ່ວມ​ຊາດ​ຕາ​ກຳ​ອາ​ຊີ​ແລະ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ມວນ​ມະ​ນຸດ.”