ພິມ​ຈຳ​ໜ່າຍ​ປຶ້ມ “ຄັດ​ຈ້ອນ​ຄຳ​ເຫັນ​ຂອງ​ທ່ານສີ​ຈິ້ນ​ຜິງວ່າ​ດ້ວຍວຽກ​ງານ​ກະ​ສິ​ກຳ, ຊົນ​ນະ​ບົດ​ແລະ​ຊາວ​ກະ​ສິ​ກອນ”

2019-05-06 17:31:16 |ມາຈາກ: CRI

ປຶ້ມ “ຄັດ​ຈ້ອນ​ຄຳ​ເຫັນ​ຂອງ​ທ່ານສີ​ຈິ້ນ​ຜິງວ່າ​ດ້ວຍວຽກ​ງານ​ກະ​ສິ​ກຳ, ຊົນ​ນະ​ບົດ​ແລະ​ຊາວ​ກະ​ສິ​ກອນ” ທີ່​ຮຽບ​ຮຽງ​ໂດຍ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ປະ​ຫວັດ​ສາດ​ພັກ​ແລະ​ເອ​ກະ​ສານ​ເກົ່າ​ຂອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ໄດ້​ຖື​ກ​ພິມ​ໂດຍ​ສຳ​ນັກ​ພິມ​ເອ​ກະ​ສານ​ເກົ່າ​ສູນ​ກາງ​ໃນ​ຫວ່າງມໍ່ໆ​ມານີ້ ແລະຈຳ​ໜ່າຍໃນ​ຂອບ​ເຂດ​ທົ່ວ​ປະ​ເທດ.

ປຶ້ມ​ດັ່ງ​ກ່າວ​ແບ່ງ​ເປັນ 11 ຫົວ​ຂໍ້ຫຼັກ, ໄດ້​ແກ່: ຍຶດ​ໝັ້ນ​ການ​ພັດ​ທະ​ນາ​ກະ​ສິ​ກຳແລະຊົນ​ນະ​ບົດກ່ອນ​ໝູ່, ປະ​ຕິ​ບັດ​ຍຸດ​ທະ​ສາດ​ສ້າງ​ຊົນ​ນະ​ບົດ​ໃຫ້​ຈະ​ເລີນ​ຂຶ້ນ; ສ້າງ​ແລະ​ບູ​ລະ​ນະ​ໂຄງ​ປະ​ກອບ, ກົນ​ໄກ ແລະ​ລະ​ບົບ​ນະ​ໂຍ​ບາຍ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ຕົວ​ເມືອງ​ແລະ​ຊົນ​ນະ​ບົດ​​ໃຫ້​ເຊື່ອມ​ໂຍ​ງ​ເຂົ້າ​ກັນ, ເລັ່ງ​ລັດ​​ແລະຊຸກ​ຍູ້​ກະ​ສິ​ກຳ​ແລະ​ຊົນ​ນະ​ບົດ​ຫັນ​ເປັນ​ທັນ​ສະ​ໄໝ​ໃຫ້​ໄວ​ຂຶ້ນ; ປັບ​ປຸງ​ແລະ​ບູ​ລະ​ນະ​ລະ​ບຽບ​ການ​ທຸ​ລະ​ກິດ​​ຂັ້ນພື້ນ​ຖານ​ຢູ່ຊົນ​ນະ​ບົດ, ລົງ​ເລິກ​ການ​ປະ​ຕິ​ຮູບ​ລະ​ບຽບ​ການ​ທີ່​ດິນ​ຊົນ​ນະ​ບົດ; ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ດ້ານ​ສະ​ບຽບ​ອາ​ຫານ​ຂອງ​ຊາດ, ​ສົ່ງ​ເສີມໃຫ້​ຊາວ​ຈີນ​ສາ​ມາດ​ກຸ້ມ​ຕົນ​ເອງ​ໄດ້​ໃນ​​ດ້ານ​ສະ​ບຽບ​ອາ​ຫານ; ລົງ​ເລິກ​ການ​ປະ​ຕິ​ຮູບໂຄງ​ປະ​ກອບ​​ການ​ສະ​ໜອງດ້ານກະ​ສິ​ກຳ; ນຳ​ພາ​ການ​ສ້າງ​ຊົນ​ນະ​ບົດ​ໃຫ້​ຈະ​ເລີນ​ຂຶ້ນ​ດ້ວຍ​ການ​ພັດ​ທະ​ນາ​ແບບ​ສີ​ຂຽວ; ສືບ​ທອດ, ພັດ​ທະ​ນາ ແລະ ຍົກ​ລະ​ດັບ​ອາ​ລະ​ຍະ​ທຳ​ກະ​ສິ​ກຳ​ໃຫ້​ສູງ​ຂຶ້ນ; ເພີ່ມ​ທະ​ວີ​ແລະ​ປະ​ດິດ​ສ້າງ​ໃໝ່​ໃນ​ດ້ານ​ການ​ບໍ​ລິ​ຫານ​ຊົນ​ນະ​ບົດ; ສະ​ໜັບ​ສະ​ໜູນ​ແລະ​ສົ່ງ​ເສີມ​ຊາວ​ກະ​ສິ​ກອນ​ໃນ​ການ​ປະ​ກອບ​ອາ​ຊີບ​ແລະ​ດຳ​ເນີນ​ທຸ​ລະ​ກິດ, ເປີດກວ້າງ​ຊ່ອງ​ທາງ​ການສ້າງ​ລາຍ​ຮັບ​ໃຫ້​ເພີ່ມ​ຂຶ້ນ; ເດັດ​ດ່ຽວ​ເອົາ​ຊະ​ນະ​ບັ້ນ​ຮົບ​ແຫ່ງ​ການຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຂອງ​ປະ​ຊາ​ກອນ​ຜູ້​ທຸກ​ຍາກ​ຢູ່​ຊົນ​ນະ​ບົດ; ເພີ່ມ​ທະ​ວີ​ແລະ​ປັບ​ປຸງ​ການ​ນຳ​ພາ​ຂອງ​ພັກ​ຕໍ່​ວຽກ​ງານ​ກະ​ສິ​ກຳ, ຊົນ​ນະ​ບົດ ແລະ ຊາວ​ກະ​ສິ​ກອນ. ປຶ້ມ​ດັ່ງ​ກ່າວ​ໄດ້​​ຮີບ​ໂຮມ​ຄັດ​ຈ້ອນ​ຄຳ​ເຫັນ 286 ຕອນ​ຂອງ​ທ່ານ ສີ​ຈິ້ນ​ຜິງ ຈາກ​​ບົດ​ລາຍ​ງານ, ​ທິດ​ຊີ້​ນຳ ແລະ​ສານ​ຊົມ​ເຊີຍທີ່​ສຳ​ຄັນ​ເປັນ​ຕົ້ນ​ລວມ​ມີ 70 ກວ່າ​ບົດ​ ນັບ​ແຕ່​ເດືອນ​ທັນ​ວາ​ປີ 2012 ຮອດ​ເດືອນ​ມີ​ນາ​ປີ 2019. ໃນ​ນັ້ນ, ​ບາງ​ຕອນ​ຂອງ​ຄຳ​ເຫັນຖືກ​​ເຜີຍແຜ່​ເປັນ​ຄັ້ງ​ທຳ​ອິດ.