ການຄ້າຂາເຂົ້າຂາອອກຂອງແຂວງຢຸນນານຕໍ່ກັບປະເທດລຽບຕາມ“ໜຶ່ງແລວ ໜຶ່ງເສັ້ນທາງ”ເພີ່ມຂຶ້ນຢ່າງວ່ອງໄວຕໍ່ເນື່ອງ

2019-05-07 17:28:53 |ມາຈາກ: 云南日报

ວັນທີ 6 ພຶດສະພາ, ນັກຂ່າວຮູ້ຂ່າວຈາກພະແນກການຄ້າແຂວງຢຸນນານວ່າ, ຂໍ້ລິເລີ່ມ“ໜຶ່ງແລວ ໜຶ່ງເສັ້ນທາງ”ທີ່ສະເໜີອອກໃນ 6 ປີຜ່ານມານັ້ນ, ມູນຄ່າການຄ້າຂອງແຂວງຢຸນນານຕໍ່ກັບປະເທດລຽບຕາມ“ໜຶ່ງແລວ ໜຶ່ງເສັ້ນທາງ”ເພີ່ມຂຶ້ນຢ່າງວ່ອງໄວ,ຕໍ່ເນື່ອງແລະໝັ້ນທ່ຽງ.

ປີ 2018, ມູນຄ່າການຄ້າຂອງແຂວງຢຸນນານຕໍ່ກັບອາຊຽນແມ່ນ 13,79 ຕື້ ໂດລາສະຫະລັດ, ເພີ່ມຂຶ້ນ 5,4 %. ມູນຄ່າການຄ້າຕໍ່ກັບມຽນມາ, ຫວຽດນາມ, ໄທ, ລາວ, ກໍາປູເຈຍ ແມ່ນ 12,87 ຕື້ ໂດລາສະຫະລັດ, ກວມຫນຶ່ງສ່ວນສາມຂອງມູນຄ່າການຄ້າທັງໝົດຂອງແຂວງຢຸນນານ.

ໃນໄຕມາດທີ 1 ປີ 2019, ມູນຄ່າລວມຂາເຂົ້າຂາອອກຂອງແຂວງຢຸນນານກັບປະເທດລຽບຕາມ“ໜຶ່ງແລວ ໜຶ່ງເສັ້ນທາງ”ແມ່ນ 5,72 ຕື້ ໂດລາສະຫະລັດ, ຂາເຂົ້າຂາອອກຕໍ່ກັບປະເທດລຽບຕາມທາງດັ່ງກ່າວເຊັ່ນ:ອາຫລັບເອມີເລັດ, ລັດເຊຍ, ຕຸລະກີ ແລະຫວຽດນາມ ເພີ້ມຂຶ້ນໄວສົມຄວນ, ສິນຄ້າຂາເຂົ້າຕົ້ນຕໍແມ່ນນ້ຳມັນເຊື້ອໄຟ,ແຮ່ທາດ. ສິນຄ້າຂາອອກຕົ້ນຕໍແມ່ນຜະລິດຕະພັນແຜ່ນແພ ແລະ ເຄື່ອງໃຊ້ປະຈຳວັນເປັນຕົ້ນ. ຂາອອກຕໍ່ກັບປະເທດດັ່ງເຊັ່ນ:ອິນເດຍ, ສິງກະໂປ, ຟິລິບປິນ ແລະ ອິນໂດເນເຊຍແມ່ນເພີ້ມຂຶ້ນໄວຫຼາຍ, ໂດຍສະເພາະຕໍ່ປະເທດອິນເດຍມູນຄ່າການຂາອອກບັນລຸ 67,68 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 577,5 %. ຕໍ່ປະເທດສິງກະໂປມູນຄ່າການຂາອອກບັນລຸ 48,91 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 311 %, ເມື່ອທຽບໃສ່ປີ 2018, ຕໍ່ປະເທດຟິລິບປິນມູນຄ່າການຂາອອກບັນລຸ 32,98 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 166 %, ຕໍ່ປະເທດອິນໂດເນເຊຍມູນຄ່າການຂາອອກບັນລຸ 114 ລ້ານໂດລາສະຫະລັດ,ເພີ່ມຂຶ້ນ 86,7%,