ການຝຶກອົບຮົມຄັ້ງທີ 2 ຂອງອົງການປະສານງານ/ ຫ້ອງການເລຂາທິການ ຂອງ 6 ປະເທດການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງຈັດຂຶ້ນທີ່ນະຄອນຄຸນໝິງ

2019-05-08 16:47:37 |ມາຈາກ: 云南日报

ວັນທີ 6 ພຶດສະພາ, "ການຝຶກອົບຮົມຄັ້ງທີ 2 ຂອງອົງການປະສານງານ / ຫ້ອງການເລຂາທິການຂອງ 6 ປະເທດການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງຄັ້ງທີສອງ"ຈັດຂຶ້ນຢູ່ທີ່ມະຫາວິທະຍາໄລຊົນເຜົ່າຢຸນນານ. ໂດຍຜ່ານການຝຶກອົບຮົມຄັ້ງນີ້, ພະນັກງານ 30 ກວ່າຄົນທີ່ມາຈາກ 6 ປະເທດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງມີຄວາມເຂົ້າໃຈຕໍ່ສາກຫລັງ, ສະຖານະພາບ ແລະ ຈຸດປະສົງຂອງການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ, ຮ່ວມກັນຊຸກຍູ້ການຮ່ວມມືຕົວຈິງໃນທຸກຂະແໜງລະຫວ່າງປະເທດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ.

ການຝຶກອົບຮົມຄັ້ງນີ້ຈະຈັດເຖິງວັນທີ 10 ພຶດສະພາ, ວິທີການຝຶກອົບຮົມຕົ້ນຕໍມີການສອນໂດຍຜູ້ຊ່ຽວຊານ, ການແລກປ່ຽນລະຫວ່າງພະນັກງານ, ການສົນທະນາກຸ່ມ ແລະ ການສຳຫລວດພາກສະໜາມຕົວຈິງເປັນຕົ້ນ. ນອກຈາກນັ້ນ, ກອງປະຊຸມຂອງອົງການປະສານງານ / ຫ້ອງການເລຂາທິການຂອງ 6 ປະເທດຄັ້ງທຳອິດຈະຈັດຂຶ້ນໃນວັນທີ 10 ພຶດສະພາຢູ່ນະຄອນຈີງຮົງ.

ທ່ານ ສຸລິຍາ ຈັນວິໄຊ(Souliya Chanvixay) ພະນັກງານລາວທີ່ເຂົ້າຮ່ວມການສຳມະນາຄັ້ງນີ້ກ່າວວ່າ: “ແຂວງຢຸນນານກັບ 5 ປະເທດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງມີພູຜາແມ່ນ້ຳຕິດຈອດກັນ, ວັດທະນະທຳເຊື່ອມຕໍ່ກັນ, ເປັນປ່ອງຢ້ຽມເຮັດໃຫ້ພວກເຮົາມີຄວາມເຂົ້າໃຈຕໍ່ປະເທດຈີນ.” ປະເທດລາວຍິນດີທີ່ຈະຮ່ວມມືກັນຢ່າງຕັ້ງຫນ້າກັບປະເທດຈີນແລະປະເທດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ, ເພື່ອເພີ່ມທະວີການຮ່ວມມືລະຫວ່າງປະເທດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ.